ທ່າພະບາດ ຈັດກອງປະຊຸມສ່ອງແສງວຽກງານກໍ່ສ້າງຮາກຖານການເມືອງ

ໃນວັນທີ 8 ກໍລະກົດ ຢູ່ທີ່ຫ້ອງປະຊຸມນ້ອຍຫ້ອງວ່າການປົກຄອງເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສ່ອງແສງວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາເດືອນ ມິຖຸນາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ມີພະນັກງານຮາກຖານການເມືອງ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ລາຍງານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາເດືອນ ມິຖຸນາ ປີ 2021 ເຊິ່ງໄດ້ສະແດງໃຫ້ເຫັນສະພາບການອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດໃນງວດທີ 1, ທີ 2, ພ້ອມກັນນັ້ນ ຍັງໄດ້ຜ່ານແຜນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງງວດທີ III ປະຈໍາປີ 2021.

ໂດຍປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ໂດຍໄດ້ນໍາເອົາບັນດານິຕິກໍາ, ເອກະສານຕ່າງໆ ລົງເຜີຍແຜ່ໃຫ້ການຈັດຕັ້ງບ້ານ ຈໍານວນ 19 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 214 ຄົນ, ຍິງ 47 ຄົນ, ປັບປຸງການຈັດຕັ້ງ ເປີດບັັ້ນຊີວິການເມືອງຈໍານວນ 3 ບ້ານ, ປັບປຸງອົງການຈັດຕັ້ງພັກ ອົງການຈັດຕັ້ງມະຫາຊົນ 1 ບ້ານ, ເປີດບັ້ນຝຶກອົບຮົມພາລະບົດບາດ ສິດ ແລະ ໜ້າທີ່ ຕາມ 5 ໜ່ວຍງານຂອງບ້ານ.

ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ລົງກວດກາ, ເກັບກໍາຂໍ້ມູນ ເພື່ອ ສ້າງບ້ານໃຈກາງໃນການແກ້ໄຂປະກົດການຫຍໍ້ທໍ້ 1 ບ້ານ, ເກັບກໍາຂໍ້ມູນອາວຸດເຖື່ອນ ເຄື່ອງມືຫາປາຜິດກົດໝາຍ ເຊັ່ນ: ໝໍ້ຊ໋ອດ 14 ເຄື່ອງ, ປືນລູກດອກ 2 ກະບອກ, ປືນແກບ 9 ກະບອກ, ຊຸກຍູ້ການປະຕິບັດໜ້າທີ່ຂອງກໍາລັງກອງຫຼອນ ແລະ ປກສ ບ້ານ.

ດ້ານວຽກງານເສດຖະກິດ – ວັດທະນະທໍາສັງຄົມ ໄດ້ລົງສົ່ງເສີມການຜະລິດ ເປັນສິນຄ້າ, ໄດ້ກວດກາປະເມີນບ້ານເຂັ້ມແຂງສໍາເລັດ 26 ບ້ານ, ກວດກາປະເມີນຜົນການສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມ 4 ດ້ານ 30 ມາດຖານ ລໍາເລັດ 25 ບ້ານ ແລະ ເກັບກໍາສ້າງບ້ານໃຫຍ່ເປັນສີສັນຕົວເມືອງນ້ອຍ ຕາມ 16 ມາດຖານ ຈໍານວນ 4 ຈຸດ ຄື: ບ້ານ ປາກທວາຍ, ບ້ານ ທ່າບົກ, ບ້ານ ຫ້ວຍເລິກ ແລະ ບ້ານທວາຍ.

ພ້ອມກັນນັ້ນ ຜູ້ເຂົ້າຮ່ວມປະຊຸມຍັງໄດ້ຮ່ວມກັນປະກອບຄໍາຄິດເຫັນໃນຫຼາຍດ້ານ ແນ້ໃສ່ເພື່ອເຮັດໃຫ້ວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ກໍ່ຄືພັດທະນາເສດຖະກິດຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນ.

About admin11