ທ່າພະບາດ ຈັດກອງປະຊຸມວຽກງານປ້ອງກັນຄວາມສະຫງົບຂະແໜງທ່ອງທ່ຽວ

ຕອນເຊົ້າວັນທີ 18 ພະຈິກ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸຸມຄົ້ນຄວ້າວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂະແໜງການທ່ອງທ່ຽວ ໂດຍການເປັນປະທານຂອງທ່ານ ຄໍາປຸ່ນ ສີຫາລາດ ຮອງເຈົ້າເມືອງທ່າພະບາດ.

ໃນກອງປະຊຸມ ຄະນະຮັບຜິດຊອບ ໄດ້ພັດປ່ຽນກັນຂື້ນຜ່ານເອກະສານທີ່ສໍາຄັນ ເຊັ່ນ: ດໍາລັດເລກທີ 315/ລບ, ລົງວັນທີ 02 ຕຸລາ 2017 ວ່າດ້ວຍການບັນເທິງ, ຂໍ້ຕົກລົງສະບັບເລກທີ 985/ຖວທ, ວ່າດ້ວຍສະຖານທີ່ພັກແຮມ, ຂໍ້ຕົກລົງວ່າດ້ວຍຮ້ານອາຫານ.

ຈຸດປະສົງ ເພື່ອສົ່ງເສີມ, ຄຸ້ມຄອງສະຖານທີ່ພັກແຮມ, ຮ້ານບັນເທິງ, ຮ້ານອາຫານ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ, ປອດໄພ, ມີຄວາມສະດວກວ່ອງໄວ, ໂປ່ງໃສ, ຍຸຕິທໍາ, ຖືກຕ້ອງ, ມີຄຸນນະພາບ ແລະ ມາດຕະຖານ ເພື່ອປົກປ້ອງສິດ, ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແນໃສ່ດຶງດູດນັກທ່ອງທ່ຽວ, ນັກລົງທຶນ, ສົ່ງເສີ່ມການຜະລິດສິນຄ້າພາຍໃນ ເຊື່ອມໂຍງກັບພາກພື້ນແລະສາກົນ, ສ້າງລາຍຮັບ, ສ້າງວຽກເຮັດງານທຳ, ກະຈາຍລາຍໄດ້ສູ່ສັງຄົມ, ປະກອບສ່ວນພັດທະນາປະເທດຊາດໃຫ້ຂະຫຍາຍຕົວຕາມທິດສີຂຽວແລະຍືນຍົງ.

ແນ່ໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ ທີ່ຈະເກີດຂື້ນໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ ເປັນຕົ້ນ ຫາງສຽງຈົ່ມວ່າຂອງພໍ່ແມ່ປະຊາຊົນ, ການກໍ່ອາລະວາດຕີກັນ, ການມົ້ວສຸມຢາເສບຕິດ, ການເກັບຄ່າບໍລິການເກີນກຳນົດ, ແກ້ໄຂບັນຫາການດຳເນີນທຸລະກິດທີ່ບໍ່ໄດ້ຮັບອະນຸຍາດ.

ໂອກາດດຽວກັນ ບັນດາຄະນະຮັບຜິດຊອບ ປກສ ແຂວງ, ປກສ ເມືອງ, ຫົວໜ່ວຍທຸລະກິດ – ຜູ້ປະກອບການ ໄດ້ປະກອບຄໍາຄິດຄໍາເຫັນຕໍ່ທີ່ປະຊຸມ, ເຊິ່ງຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ສະເໜີໃຫ້ທາງພາກລັດ ແລະ ຜູ້ດຳເນີນທຸລະກິດຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງແກ້ໄຂ.

About admins16