ທ່ານ ເລື່ອນວິໄລ ຈັນທະລາພັນ ລົງຊີ້ນຳພະນັກງານຂົງເຂດຍຸຕິທຳ

ໃນວັນທີ 2 ກຸມພາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ ໄດ້ລົງພົບປະຢ້ຽມຢາມ ແລະ ເຮັດວຽກ ນຳສານປະຊາຊົນ ແລະ ພະແນກຍຸຕິທຳແຂວງ, ມີຄະນະພະແນກ, ພະນັກງານລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດລາຍງານຫຍໍ້ ການເຄື່ອນໄຫວວຽກງານຂອງສານປະຊາຊົນ ປະຈຳປີ 2020 ເຫັນວ່າມີຫຼາຍວຽກງານໄດ້ຮັບການປະຕິບັດດ້ວຍຜົນສຳເລັດ, ໃນໄລຍະ 1 ປີຜ່ານມາ ສານປະຊາຊົນແຂວງ ແລະ ເຂດ ໄດ້ຮັບສໍານວນຄະດີທັງໝົດ 407 ເລື່ອງ, ໃນນັ້ນ ຄະດີເຂົ້າໃໝ່ໃນປີ 2020 ເປັນຂັ້ນຕົ້ນ 313 ເລື່ອງ, ເປັນຂັ້ນອຸທອນ 25 ເລື່ອງ, ຄະດີຄ້າງມາແຕ່ປີ 2019 ເປັນຂັ້ນຕົ້ນ 60 ເລື່ອງ, ຂັ້ນອຸທອນ 9 ເລື່ອງ, ພິຈາລະນແກ້ໄຂດ້ວຍຮູບການຕ່າງໆ ເປັນຂັ້ນຕົ້ນ 321 ເລື່ອງ ເປັນຂັ້ນອຸທອນ 29ເລື່ອງ ເທົ່າກັບ 85,99%, ຜົນຂອງການແກ້ໄຂ ທຽບໃສ່ແຜນການແມ່ນບັນລຸຕາມລະດັບຄາດໝາຍ.

ປະຈຸບັນ ຄະດີຍັງຄ້າງພວມດໍາເນີນ ຂັ້ນຕົ້ນ 52 ເລື່ອງ, ຂັ້ນອຸທອນ 5 ເລື່ອງ, ຜ່ານການແກ້ໄຂຄະດີທັງໝົດ ຄູ່ຄວາມຂໍອຸທອນຈໍານວນ 40 ເລື່ອງ ເທົ່າກັບ 12,4% ຂອງຈໍານວນຄະດີທີ່ຕັດສິນເປັນຂັ້ນຕົ້ນ ແລະ ຂໍລົບລ້າງ 2 ເລື່ອງ ເທົ່າກັບ 6,8% ຂອງຈໍານວນຄະດີທີ່ພິພາກສາເປັນຂັ້ນອຸທອນ.

ພະແນກຍຸຕິທຳ ໃນ 1 ປີຜ່ານມາ ກໍ່ໄດ້ປະຕິບັດຕາມສິດ, ພາລະບົດບາດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ວຽກງານທະບຽນສານ ສາມາດຍັ້ງຢືນຄວາມຖືກຕ້ອງຂອງເອກະສານໄດ້ 726 ສະບັບ, ອອກໝາຍຮຽກ 546 ສະບັບ, ໂຄສະນາກົດໝາຍ ລົງສື່ຕ່າງໆ 152 ຄັ້ງ, ເຂົ້າຮ່ວມວຽກງານນິຕິກຳຂອງແຂວງ 29 ຄັ້ງ, ໄດ້ອອກນິຕິກຳໃຕ້ກົດໝາຍ 22 ສະບັບ, ເຂົ້າຮ່ວມກວດກາຄວາມສອດຄ່ອງຂອງຮ່າງນິຕິກຳ 12 ສະບັບ ແລະ ນິຕິກຳທີ່ຜ່ານບັນດາເມືອງອ້ອມຂ້າງແຂວງ 6 ສະບັບ.

ຫຼັງຈາກນັ່ນ ຍັງໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການຍົກລະດັບການສ້າງນິຕິກຳຕ່າງໆ, ຄວາມຫຍຸ້ງຍາກຂອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ການເພີ່ມການພົວພັນຮ່ວມມືຂອງພາກສ່ວນກ່ຽວຂ້ອງ ແລະ ວຽກງານອື່ນໆ ທັງນີ້ ກໍ່ເພື່ອໃຫ້ເຫັນບາງບັນຫາຂໍ້ຄົງຄ້າງ ເພື່ອນຳໄປປັບປຸງແກ້ໄຂບັນດາວຽກງານ ໃຫ້ດີຂຶ້ນໃນຕໍ່ໜ້າ.

About admins14