ທ່ານ ວັນວິໄລ ແດນພູຫຼວງ ລົງຊຸກຍູ້ ຕິດຕາມ ວຽກງານກໍ່ສ້າງຮາກຖາການເມືອງ

ໃນວັນທີ 8 ກຳລະກົດ 2021 ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 6 ເດືອນ ປີ 2021 ໂດຍມີທ່ານ ສົມພອນ ຈັນທະນາສຸກ ເລຂາພັກເມືອງ ເຈົ້າເມືອງປາກກະດິງ ແລະ ຄະນະປະຈຳພັກເມືອງຜູ້ຊີ້ນຳວຽກງານຮາກຖານປະຈຳເຂດ ເຂົ້າຮ່ວມ.

ທ່ານ ສົມພອນ ຈັນທະນາສຸກ ໄດ້ລາຍງານການລົງດຄື່ອນໄຫວວຽກງານຮອບດ້ານທົ່ວເມືອງ ໃນ 6 ເດືອນຕົ້ນປີ 2021 ຕະຫຼອດໄລຍະຜ່ານມາ ໂດຍຍົກໃຫ້ເຫັນຜົນສຳເລັດ, ບາງຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ສາມາດຖອດຖອນໄດ້ ວ່າ: ເມືອງປາກກະດິງ ປະກອບມີ 47 ບ້ານ, ພົນລະເມືອງ 59.724 ຄົນ, ຍິງ 29.669 ຄົນ, ມີ 9.841 ຄອບຄົວ, ຄອບຄົວພົ້ນທຸກ 9.581 ຄອບຄົວ, ມີບ້ານພັດທະນາຕາມ 4 ດ້ານ 29 ບ້ານ, ກວມເອົາ 61,70%, ມີຄອບຄົວພັດທະນາ 8.982 ຄອບຄົວ ແລະ ມີຄອບຄົວບໍ່ພົ້ນທຸກ 223 ຄອບຄົວ.

ໃນໄລຍະ 6 ເດືອນຜ່ານມາ ຄະນະຮັບຜິດຊອບລົງກໍ່ສ້າງຮາກຖານການເມືອງພ້ອມຄະນະ ໄດ້ລົງປະຈຳຢູ່ໃນ 4 ເຂດ, ໄດ່ສົມທົບກັບອຳນາດການປົກຄອງຂັ້ນບ້ານ ລົງເຜີຍແຜ່ບັນດາມະຕິ, ຄຳສັ່ງ ຂອງຂັ້ນເທິງ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈຕໍ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຂອງແຂວງ ແລະ ຂອງເມືອງ ຕິກພັນກັບການແກ້ໄຂ 4 ເຖື່ອນ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ.

ຜ່ານການລົງຈັດຕັ້ງປະຕິບັດ ເຫັນວ່າ ພໍ່ແມ່ປະຊາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ, ປະຊາຊົນຕື່ນຕົວສ້າງເສດຖະກິດຄອບຄົວດ້ວຍການປູກ, ການລ້ຽງ ຫຼາຍຂຶ້ນ, ອັນທີ່ພົ້ນເດັ່ນໄດ້ໂຄສະນາປຸກລະດົມປະຊາຊົນ ໄດ້ຮັບຮູ້ເຂົ້າໃຈຕໍ່ຜົນຮ້າຍຂອງການລະບາດພະຍາດໂຄວິດ-19, ປ້ອງກັນຄົນເຂົ້າ-ອອກເມືອງ ແບບຜິດກົດໝາຍເລາະລຽບຕາມຊາຍແດນ, ຕີຖອຍໃຫ້ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມຫຼຸດໜ້ອຍຖອຍລົງ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ເກີດຂື້ນໃນສັງຄົມ, ນອກນັ້ນ ຍັງໄດ້ຮັບຟັງການລາຍງານບາງຜົນງານທີ່ພົ້ນເດັ່ນ ຈາກຫົວໜ້າກອງກໍ່ສ້າງຮາກຖານປະຈຳກູ່ມບ້ານ.

ໃນຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບກອງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂັ້ນເມືອງ ຈົ່ງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ສອດຫ້ອຍເຂົ້າໃນການເຜີຍແຜ່ນິຕິກຳຂອງຂັ້ນເທິງ, ປັບປຸງລະບົບການຈັດຕັ້ງຂັ້ນບ້ານໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະສານສົມທົບກັບຂັ້ນແຂວງ ໃນການຖອດຖອນບົດຮຽນໃນແຕ່ລະໄລຍະ, ຊຸກຍູ້ອົງການຈັດຕັ້ງພາຄີເຂົ້າຮ່ວມຂະບວນການຢ່າງຟົດຟື້ນ, ປະເມີນຄືນຄອບຄົວທີ່ພົ້ນທຸກ ແລະ ຄອບຄົວທີ່ຍັງບໍ່ທັນລຸດພົ້ນຄວາມທຸກຍາກ ຕາມດຳລັດ 348/ລບ, ຕ້ານສະກັດກັ້ນ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ໂດຍສະເພາະແມ່ນການລັກລອບຄົນເຂົ້າ-ອອກເມືອງ ທີ່ຜິດຕໍ່ລະບຽບກົດໝາຍ ແລະ ປະຕິບັດມາດຕະການຕ້ານ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ.

About admins14