ທ່ານ ນາງ ສີໃສ ລືເດດມູນສອນ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ພົບປະພະນັງງານຫລັກແຫລ່ງເມືອງທ່ພະບາດ

  ໃນວັນທີ 17 ມີນາ 2022 ຢູ່ທີ່ຫ້ອງວ່າການ ເມືອງ ທ່າພະບາດ ໄດ້ເປັນກຽດຕ້ອນຮັບທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທີການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງບໍລິຄຳໄຊ ໂດຍການຮັບຕ້ອນຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ.

ເນື່ອງໃນໂອກາດດັ່ງກ່າວ ທ່ານເຈົ້າເມືອງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງເມືອງ ເປັນຕົ້ນແມ່ນວຽກງານດ້ານເສດຖະກິດ, ໃນໄລຍະ 1 ປີ ຜ່ານມາ ວ່າ:  ຄະນະພັກທຸກຂັ້ນ ໄດ້ສຸມໃສ່ໃນການຊີ້ນຳ – ນຳພາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ VII ຂອງອົງຄະນະພັກແຂວງ ແລະ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ ທ່າພະບາດ ເຊີ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ  ແລະ ສິ່ງທ້າທາຍຫຼາຍປະການ ເປັນຕົ້ນແມ່ນສະພາບການຂອງໂລກ ແລະ ພາກພື້ນ ທີ່ໄດ້ມີຂໍ້ຂັດແຍ່ງນັບມື້ນັບເພີ່ມຂື້ນ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19  ກໍ່ໄດ້ມີການແຜ່ຂະຫຍາຍຕົວຢ່າງກ້ວາງຂວາງ ເຊີ່ງໄດ້ສົ່ງຜົນກະທົບຕໍ່ກັບການພັດທະນາເສດຖິດ – ສັງຄົມຫຼາຍພໍສົມຄວນ, ດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ກໍ່ໄດ້ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ດ້ານວຽກງານການນຳພາທາງດ້ານເສດຖະກິດ ກໍ່ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າຂອງປະຊາຊົນໃຫ້ຫຼາຍຂື້ນ ສ້າງໃຫ້ປະຊາຊົນມີລາຍຮັບຈາກການປູກພືດ, ລ້ຽງສັດ ແລະ ອື່ນໆ ເຊິ່ງໃນ 1 ປີທີ່ຜ່ານມາ ຜະລິດເຂົ້າໄດ້ 17.007,8 ໂຕ່ນ, ປູກພືດລະດູແລ້ງຜົນຜະລິດໄດ້ 6.382 ໂຕ່ນ ພືດລະດູຝົນ ຜົນຜະລິດໄດ້ 3.712,5 ໂຕ່ນ, ການຜະລິດ ຊີ້ນ, ໄຂ່, ປາ ໄດ້ທັງໝົດ 1.819,948 ກິໂລກຣາມ, ສະເລ່ຍບໍລິໂພກໄດ້ 59,30 ກິໂລ / ຄົນ / ປີ, ເກັບລາຍຮັບເຂົ້າງົບປະມານໄດ້ 4 ຕື້ 700 ລ້ານກ່ວາກີບເທົ່າກັບ 112,93% ຂອງແຜນການປີ, ປະຕິບັດລາຍຈ່າຍໄດ້ 20.844.635.538 ກີບ ເທົ່າກັບ 95,90% ຂອງແຜນການປີ, ວຽກງານກໍ່ສ້າງພັກ – ພະນັກງານ ທົ່ວອົງຄະນະພັກເມືອງ ທ່າພະບາດ ມີ 83 ຮາກຖານ, ຊຶ່ງມີ 8 ຄະນະພັກຮາກຖານ, 75 ໜ່ວຍພັກ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານມີ 38 ໜ່ວຍພັກ, ໜ່ວຍພັກຮາກຖານ 37 ໜ່ວຍ, ມີຄະນະພັກຮາກຖານບ້ານໃຫຍ່ 4 ບ້ານ, ມີສະມາຊິກພັກທັງໝົດ 1.152 ສະຫາຍ, ຍິງ 386 ສະຫາຍ.

ແລະ ທິດທາງແຜນການ 1 ປີ ຕໍ່ໜ້າ  ສຶບຕໍ່ຢຶດໜັ້ນຫຼັກການ ແລະ ທິດນຳ ຕໍ່ວຽກງານ ກໍ່ສ້າງພັກ, ສ້າງພັກໃຫ້ມີຄວາມປອດໃສເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີການນຳພາ, ຕິດພັນກັບການກໍ່ສ້າງຮາກຖານເມືອງ ແລະ ວຽກງານ 3 ສ້າງ ຍົກສູງເປັນແບບຢ່າງນຳໜ້າຂອງຄະນະພັກ, ສະມາຊິກພັກ – ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ຢູ່ໃນກົງຈັກການຈັດຕັ້ງແຕ່ລະຂັ້ນກໍ່ຄືຖັນແຖວສະມາຊິກພັກ – ພະນັກງານ ຢ່າງທັນການ ແລະ ວຽກງານການຂຶ້ນແຜນກຳນົດພະນັກງານການນຳພາ-ຄຸ້ມຄອງແຕ່ລະຂັ້ນ ຕິດພັນກັບການບໍາລຸງສ້າງ ການຄຸ້ມຄອງ ແລະ ການນຳໃຊ້ໃຫ້ມີປະສິດຕິພາບສູງສຸດ, ເອົາໃຈໃສ່ສ້າງພະນັກງານຈາກຂະບວນການຕົວຈິງ ແລະ ສ້າງພະນັກງານເພດ, ເຜົ່າ, ໃຫ້ອັດຕາສູງຂື້ນກ່ວາເກົ່າ

         ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ທ່ານຍັງໄດ້ເນັ້ນໝັກໃຫ້ເອົາໃຈໃສ່ຕໍ່ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກ ເປັນຕົ້ນແມ່ນ ປະຫວັດຕົ້ນກຳເນີດ, ການເຄື່ອນໄຫວ, ຄຸນສົມບັດ, ສີນທຳປະຕິວັດ, ວຽກງານກໍ່ສ້າງພັກ ໃຫ້ມີການກວດກາບັນດາເນື້ອໃນບັ້ນດຳເນີນຊີວິດການເມືອງ, ເອົາໃຈໃສ່ປະຊາທີປະໄຕພາຍໃນ ການຕົກລົງເປັນໝູ່ຄະນະ ໃຫ້ມີຄວາມເປັນເອກະພາບສູງ, ວຽກງານກໍ່ສ້າງພະນັກງານ ໃຫ້ສົມທົບກັບສາຍຕັ້ງ ແລະ ພະນັກງານຕ້ອງສຶກສາບັນດາກົດໝາຍ, ນິຕິກຳ, ມະຕິກົມການເມືອງ ໃຫ້ໜັກແໜ້ນ, ການເຂົ້າເປັນພະນັກງານລັດຖະກອນ ກໍ່ຕ້ອງຖືກຕ້ອງຕາມຄວາມຕ້ອງການຂອງບັນດາໜ້າວຽກ ເພື່ອໃຫ້ແທດເໝາະກັບໂຕຈິງ.

ເພື່ອເປັນການຊ່ວຍເຫລືອອົງການປົກຄອງເມືອງ ທ່ານ ຫົວໜ້າຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມອບເງິນ 50.000.000 ກີບ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງກັນເຈື່ອນສີມທີ່ວັດພະບາດທ່າໂພນສັນ ( ນາຄານິມິດ ).

 

 

 

 

About admin11