ທ່ານເຈົ້າແຂວງ ລົງຢ້ຽມຢາມໂຄງການກໍ່ສ້າງບ້ານຈັດສັນເຂດເມືອງມ່ວນ

ເພື່ອເປັນການກະຕຸກຊຸກຍູ້ ໂຄງການລົງທຶນກໍ່ສ້າງໃນດ້ານຕ່າງໆ ຢູ່ພາຍໃນແຂວງບໍລິຄໍາໄຊ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ດໍາເນີນໄປຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດ ຕາມທິດທາງແຜນການທີ່ວາງໄວ້, ໃນວັນທີ 2 ກໍລະກົດ 2021 ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ສົມທົບກັບພະແນກການທີ່ກ່ຽວຂອງຂັ້ນແຂວງ-ເມືອງ ລົງພາກສະໜາມ ເພື່ອກວດກາເບີ່ງໂຄງການບຸກເບີກ-ປຸກສ້າງບ້ານຈັດສັນ ຂອງພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ຢູ່ບ້ານເມືອງມ່ວນ ເມືອງວຽງທອງ.

ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດວຽກງານໃນການປັບປຸງພື້ນຖານໂຄງລ່າງ ໂດຍສະເພາະການສ້າງເສັ້ນທາງ, ການປຸກສ້າງເຮືອນຈັດສັນຂອງພໍ່ແມ່ປະຊາຊົນ 88 ຄອບຄົວພາຍໃນບ້ານ, ການປຸກສ້າງໂຮງຮຽນ, ຫ້ອງການບ້ານ, ການຕິດຕັ້ງລະບົບໄຟຟ້າ-ນໍ້າປະປາ, ການບຸກເບີກເນື້ອທີ່ທໍາການຜະລິດ ແລະ ການຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມລົງມືຈັດຕັ້ງປະຕີບັດມາແຕ່ທ້າຍປີ 2019 ແລະ ຄາດວ່າ ທ້າຍເດືອນກໍລະກົດ 2021 ຈະໃຫ້ສໍາເລັດ 100%.

About admins14