ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ທາເກວາກະ ເຄໂຊ ( Mr TAKEWAKA Keizo ) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ໄດ້ລົງມາເຄື່ອນໄຫວຢ້ຽມຢາມແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານເຈົ້າແຂວງ ຍັງໄດ້ລາຍງານວ່າ: ແຂວງບໍລິຄຳໄຊ ປະກອບມີ 284 ບ້ານ ມີພົນລະເມືອງ 314.597 ຄົນ, 57.206 ຄອບຄົວ, ມີ 24 ຊົນເຜົ່າ, ມີ 7 ຕົວເມືອງ ຄວາມທຸກຍາກຍັງ 5,69%, ລັກສະນະພູມສັນຖານຂອງແຂວງ ເປັນທົ່ງພຽງ 36% ແລະ ພູດອຍ 64%, ປີ 2021 ການເຕີບໂຕຂອງເສດຖະກິດໃນ 6 ເດືອນຕົ້ນປ ໂດຍລວມແລ້ວ ຍັງສືບຕໍ່ຂະຫຍາຍຕົວໃນລະດັບ 1,92% ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 3,068 ຕື້ກີບ ໃນນັ້ນ ກະສິກຳ ແລະ ປ່າໄມ້ ຂະຫຍາຍຕົວ 5,42%, ອຸດສາຫະກຳ ແລະ ການກໍ່ສ້າງ 4,94%.

ວຽກງານສະກັດກັ້ນ ຕ້ານການລະບາດຂອງພະຍາດໂຄວິດ 19 ຢູ່ແຂວງບໍລິຄຳໄຊ ຮອດປະຈະບັນ ເກັບຕົວຢ່າງສະສົມທັງໝົດ 7.773 ຕົວຢ່າງ, ພົບເຊື້ອ 24 ກໍລະນີ ປິ່ນປົວດີແລ້ວ 3 ກໍລະນີ ຍັງລໍຖ້າຜົນກວດຈາກສູນກາງ 103 ຕົວຢ່າງ, ການສັກວັກຊີນປ້ອງກັນ ທຽບໃສ່ປະຊາກອນລວມຂອງແຂວງ ເຂັມທີ 1 ປະຕິບັດໄດ້ 110,5% ແລະ ເຂັມ 2 ໄດ້ 29,13%.

ສຳລັບວຽກງານການຮ່ວມມືລະຫວ່າງແຂວງບໍລິຄຳໄຊ ກັບ ລັດຖະບານຍີ່ປຸ່ນໃນໄລຍະຜ່ານມາ ນັບແຕ່ປີ 1996 ຫາ ປີ 2020 ສ້າງອາຄານຮຽນໄດ້ 34 ແຫ່ງ ລວມເປັນເງິນ 1 ລ້ານກວ່າ ໂດລາສະຫະລັດ ແລະ ວຽກງານສາທາລະນະສຸກ ຈຳນວນໜຶ່ງ, ອົງການໄຈກາຊ່ວຍສ້າງລະບົບນ້ຳປະປາ 3 ໂຄງການ ມູນຄ່າ 1 ລ້ານກວ່າໂດລາສະຫະລັດ , ພ້ອມນີ້ ຍັງມີອາສາສະໝັກ 4 ທ່ານ ທີ່ມາເຄື່ອນໄຫວເຂົ້າໃນເຂດສຶກສາ ແລະ ການຄ້າ.

ຈາກນັ້ນ ທ່ານເຈົ້າແຂວງ ຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ອີກດ້ວຍ.

About admins16