ທ່ານເຈົ້າແຂວງລົງຢ້ຽມຢາມ ບໍລິສັດ ຂຸດຄົ້ນແຮ່ທາດຢູ່ເມືອງຄຳເກີດ

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2021 ນື້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມ ໂຄງການຂຸດຄົ້ນ ແຮ່ທາດ ຂອງບໍລິສັດ ຈີນໄທເຕີຄຳເກີດມາໂບ້ພັດທະນາບໍ່ແຮ່ຈຳກັດ ຢູ່ເຂດບ້ານ ທົ່ງແສນຄໍາ ເມືອງຄຳເກີດ ການລົງຢ້ຽມໃນຄັ້ງນີ້ ທ່ານ ແກ້ວອຸ່ນເຮືອນ ຈັນທະວົງສາ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ ຫົວໜ້າຄະນະປະສານງານໂຄງການ ໄດ້ລາຍງານ ໃຫ້ຮູວ່າ: ໂຄງການຊອກຄົ້ນ ແລະ ສຳຫຼວດຫີນອ່ອນ ຢູ່ເຂດບ້ານທົ່ງວຽງຄຳ ໂດຍແມ່ນບໍລິສັດຈີນໄທເຕີຄຳເກີດມາໂບ້ພັດທະນາບໍ່ແຮ່ຈໍາກັດ ຕາມບົດບັນທຶກສັນຍາ ລະຫວ່າງບໍລິສັດ ແລະ ອຳນາດການປົກຄອງແຂວງ ເນື້ອທີ່ສຳປະທານ 4 ເຮັກຕາ ໃນນັ້ນໄລຍະຊອກຄົ້ນແມ່ນ 3 ເດືອນ, ສໍາຫຼວດ 3 ເດືອນ ແລະ ໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດແມ່ນ 6 ເດືອນມູນຄ່າໂຄງການ 5.000.000 ໂດລາສະຫະລັດ ໄລຍະເວລາຄືນທືນ 4 ປີ ສະພາບພື້ນທີ່ໂຄງການແມ່ນກວມເອົາດິນລວມບ້ານ, ປ່າຊົມໃຊ້, ປ່າສະຫງວນຂອງແຂວງ.

ນອກນັ້ນໂຄງການໄດ້ເຊົ່າທີ່ທີ່ດິນສ່ວນບຸກຄົນ ຊ່ວງໄລຍະສຳປະທານໂຄງການ ໃນນັ້ນມີ ເຂດກໍ່ສ້າງຫ້ອງການແລະເຮືອນພັກພະນັກງານຈໍານວນ 5 ເຮັກຕາ, ເຂດກໍ່ສ້າງໂຮງງານ ແລະ ລານຫີນຈໍານວນ 10 ເຮັກຕາ, ເຂດຮັກສາຄວາມປອດໄພ 34 ເຮັກຕາ ມີມູນຄ່າລວມ 252.331.500ກີບ, ໃນນັ້ນ ແຍກອອກເປັນຄ່າແຮງງານ 184.492.500 ກີບ ແລະ ຕົ້ນໄມ້ 67.839.000 ກີບ ປະຈຸບັນໂຄງການກຳລັງບຸກເບີກເນື້ອທີ່ສ້າງຫ້ອງການ, ເຮືອນພັກພະນັກງານ ແລະ ລານຫີນ ຄາດວ່າຕົ້ນເດືອນ ເມສາ 2022 ຈະໄດ້ລົງມືຂຸດຄົ້ນເປັນທາງການ.

About admin11