ທ່ານເຈົ້າແຂວງບໍລິຄໍາໄຊ ລົງຊີ້ນໍາວຽກງານ ຢູ່ ປກສ ເມືອງປາກກະດິງ

 ວັນທີ 1 ມີນາ 2022  ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະໂອ້ລົມ ແລະ ຊີ້ນໍາວຽກງານຢູ່ກອງບັນຊາການ ປກສ ເມືອງປາກກະດິງ ໃຫ້ກຽດຕ້ອນຮັບໂດຍທ່ານ ພັທ ວົງພະຈັນ ແກ້ວວິຊຽນ ຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ, ມີທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີຫົວໜ້າຫ້ອງການ ປກຊ – ປກສ ແຂວງ, ຄະນະພັກ, ຄະນະກອງບັນຊາການ, ພະນັກງານ – ນັກຮົບ ປກສ ເມືອງປາກກະດິງ ເຂົ້າຮ່ວມ.

          ທ່ານ ພັທ ວົງພະຈັນ ແກ້ວວິຊຽນ ໄດ້ລາຍງານສະພາບລວມຂອງເມືອງປາກກະດິງໃຫ້ຄະນະປະທານຮັບຟັງ ວ່າ: ໃນໄລຍະ 01 ປີຜ່ານມາ ເມືອງປາກກະດິງ ແມ່ນມີຄວາມສະຫງົບໂດຍພື້ນຖານ, ອົງຄະນະພັກເມືອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາໃກ້ຊິດຕິດແທດ ແລະ ລົງເລິກໃນທຸກຂົງເຂດວຽກງານ, ປະສານສົມທົບຕາມພາລະບົດບາດ, ສິດ ແລະ ຂອບເຂດຢ່າງຕັ້ງໜ້າ, ໄດ້ເອົາໃຈໃສ່ຂຶ້ນບັນຊີ, ຄຸ້ມຄອງບັນດາເປົ້າໝາຍທີ່ເຄື່ອນໄຫວຢູ່ພາຍໃນ ແລະ ນອກເຂດຕາມຫຼັກການວິຊາສະເພາະ.

ວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຄະນະພັກຄະນະກອງບັນຊາການໄດ້ເອົາໃຈໃສ່ນໍາພາ – ຊີ້ນໍາທຸກເຫລົ່າຮົບວິຊາສະເພາະແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນແມ່ນ: ການລັກຊັບພົນລະເມືອງ, ການມົ້ວສຸມເສບຢາເສບຕິດ, ກໍ່ອາລະວາດສ້າງຄວາມບໍ່ສະຫງົບໃນຄອບຄົວ ແລະ ສັງຄົມ.

ໜຶ່ງປີຜ່ານມາມີຄະດີເກີດຂຶ້ນທັງໝົດ 142 ເລື່ອງ, ຄະດີອາຍາ 66 ເລື່ອງ, ຜູ້ຖືກຫາ 76 ຄົນ, ຍິງ 02 ຄົນ, ຄະດີຢາເສບຕິດເກີດຂື້ນທັງໝົດ 76 ເລື່ອງ, ຜູ້ຖືກຫາ 76 ຄົນ, ຍິງ 01 ຄົນ, ຢຶດຂອງກາງຢາບ້າຈໍານວນ 182,666 ເມັດ, ກັນຊາແຫ້ງ 10 ແທ່ງ, ອຸປະຕິເຫດເກີດຂຶ້ນທັງໝົດ 65 ຄັ້ງ, ເສຍຊີວິດ 07 ຄົນ.

ທົ່ວເມືອງປາກກະດິງ ມີ 47 ບ້ານ, ມີ 11,103 ຄອບຄົວ, ປັບປຸງທະບຽນເລກທີ່ປ້າຍເຮືອນສໍາເລັດ 100%, ຈາກນັ້ນ ທ່ານ ຫົວໜ້າກອງບັນຊາການ ປກສ ແຂວງ, ຫົວໜ້າຫ້ອງການ ປກຊ-ປກສ ແຂວງ  ແລະ ທ່ານເຈົ້າເມືອງປາກກະດິງ ກໍ່ໄດ້ພັດປ່ຽນມີຄໍາເຫັນ ພ້ອມເນັ້ນໜັກຫຼາຍບັນຫາທີ່ສໍາຄັນທີ່ທາງຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບ ປກສ ເມຶອງປາກກະດິງ ຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດເພື່ອເຮັດໃຫ້ກໍາລັງຂອງຕົນເປັນກໍາລັງທີ່ໜັກແໝ້ນ, ເຂັ້ມແຂງ, ມີລະບຽບວິໃນເຂັ້ມງວດ ແລະ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້

ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກໍາລັງປ້ອງກັນຄວາມສະຫງົບເມືອງປາກກະດິງ, ເຊີ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ຄະນະພັກ – ຄະນະບັນຊາ, ພະນັກງານ – ນັກຮົບ ປກສ ເມືອງປາກກະດິງທີ່ຍາດມາໄດ້ໃນໄລຍະຜ່ານມາ, ທ່ານໄດ້ເນັ້ນໜັກໃຫ້ຄະນະບັນຊາ, ພະນັກງານ – ນັກຮົບ ທຸກສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ໃນການເຮັດວຽກງານ ແລະ ມີຄວາມເປັນເຈົ້າການ ສືກສາອົບຮົມບັນດາເປົ້າໝາຍ ໃຫ້ຮັບຮູ້ເຂົ້າໃຈຕໍ່ລະບຽບກົດໝາຍຂອງຂັ້ນເທີງວາງອອກ, ສືບຕໍ່ເພີ່ມທະວີປະສານສົມທົບກັບອຳນາດການປົກຄອງບ້ານ, ປກສ ກຸ່ມບ້ານ ແລະ ປກສ ບ້ານ ແຕ່ລະບ້ານໃຫ້ມີຄວາມເປັນເອກະພາບ ໃນການລົງເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ສືບຕໍ່ໃກ້ຊິດຕິດແທດກັບພໍ່ແມ່ປະຊາຊົນບັນດາເຜົ່າ, ນໍາເອົາບັນດາເອກະສານ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ເຂົາເຈົ້າຮັບຮູ້ເຊື່ອມຊືມເປັນປະຈໍາ, ຊຸກຍູ້ໃຫ້ພໍ່ແມ່ປະຊາຊົນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງໜັກແໜ້ນ, ພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ເພີ່ມທະວີເຮັດວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ແນ່ໃສເຮັດໃຫ້ເມືອງປາກກະດິງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພຂຶ້ນເລື້ອຍໆ.

ໃນໂອກາດດຽວກັນນີ້ ທ່ານເຈົ້າແຂວງບໍລິຄໍາໄຊຍັງ ໄດ້ມອບຄອມພິວເຕີ ຈໍານວນ 01 ຊຸດພ້ອມດ້ວຍປິນເຕີ່ຈໍານວນ 01 ເຄື່ອງ ໃຫ້ແກ່ກອງບັນຊາການ ປກສ ເມືອງປາກກະດິງ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ.

 

About admin11