ທ່ານເຈົ້າເມືອງປາກຊັນຢ້ຽມຢາມ ແລະ ອວຍພອນເລຂາຄະນະພັກນະຄອນຮ່າຕິ່ງ ສສ ຫວຽດນາມ

      ເນື່ອງໃນໂອກາດວັນບຸນປີໃໝ່ຫວຽດນາມ ປີຂານ 2022 ທີ່ໃກ້ຈະມາເຖີງນີ້, ທັງເປັນໂອກາດກະກຽມໃຫ້ແກ່ການສະເຫຼີມສະຫຼອງປີສາມະຄີມິດຕະພາບລາວ – ຫວຽດນາມ (ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມຄົບຮອບ 45 ປີ) ໃນວັນທີ 21 ມັງກອນ 2022 ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອວຍພອນ ການນຳແຂວງຄອນຮ່າຕິ່ງ ສສ ຫວຽດນາມ ຢູ່ທີ່ດ່ານສາກົນເກົາແຈວ ໂດຍໄດ້ຮັບກຽດຕ້ອນຮັບຈາກທ່ານ ເຢື່ອງເຕິດຖັງ ກຳມະການປະຈຳພັກແຂວງ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຮ່າຕິ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ.

        ໃນໂອກາດນີ້, ໃນນາມຕາງໜ້າຄະນະພັກ, ອົງການປົກຄອງເມືອງປາກຊັນ ໄດ້ຂໍຝາກຄວາມຢ້ຽມຢາມຖາມຂ່າວ ແລະ ອວຍພອນອັນປະເສີດ ມາຍັງສະຫາຍຄະນະພັກ, ບັນດາສະຫາຍການນຳ, ຜູ້ແທນຮ່າຕິ່ງ ສສ ຫວຽດນາມ ພ້ອມທັງລາຍງານສະພາບໂດຍລວມຂອງເມືອງປາກຊັນ, ໃນການຈັດຕັ້ງປະຕິບັດວຽກງານ, ການພັດທະນາເສດຖະກິດ – ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ແກ້ໄຂສະພາບການລະບາດຂອງພະຍາດໂຄວິດ 19 ພາຍໃນເມືອງ.

ຜູ້ແທນທັງສອງຝ່າຍ ເມືອງປາກຊັນ  ແລະ ນະຄອນຮ່າຕິງ ຍັງໄດ້ແລກປ່ຽນ, ຖອດຖອນບົດຮຽນໃນບາງດ້ານ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ໃຫ້ມີບາດກາ້ວເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສຳເລັດໃນຕໍ່ໜ້າ, ຮັກສາມິດຕະພາບອັນຍິ່ງໃຫຍ່, ຄວາມສາມະຄີພິເສດ, ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ – ຫວຽດນາມ ເວົ້້າລວມ, ເວົ້າສະເພາະ ແຂວງບໍລິຄໍາໄຊ ແລະ ແຂວງຮ່າຕິ່ງ ກໍ່ຄື ເມືອງປາກຊັນ – ນະຄອນຮ່າຕິ່ງ ຈົ່ງນັບມື້ໜັກແໜ້ເຂັ້ມແຂງ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ

 

About admin11