ທ່ານຮອງນາຍົກລັດຖະມົນຕີ ເນັ້ນວຽກງານສໍາຄັນ ຕໍ່ກອງປະຊຸມວຽກງານ ຖວທ ທົ່ວປະເທດ

ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນຟີເຣັ້ນ ສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວປະເທດ ປີ 2022 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23 – 24 ມັງກອນ 2023 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຄະນະກະຊວງ, ຫົວໜ້າພະແນກ ຖວທ ທົ່ວປະເທດ, ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ສໍາລັບແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມຂອງ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຖວທ ທົ່ວປະເທດ ປະຈໍາປີ 2022 ແລະ ທິດທາງແຜນການ 2023 ທີ່ຍົກໃຫ້ເຫັນວ່າຫຼາຍວຽກງານພົ້ນເດັ່ນ, ຜົນງານທີ່ຍາດມາໄດ້ ແລະ ບາງຂໍ້ຄົງຄ້າງ ທີ່ຕ້ອງໄດ້ເລັ່ງປັບປຸງແກ້ໄຂໃຫ້ດີຂຶ້ນ. ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກບາງວຽກງານສຳຄັນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ໃຫ້ເອົາໃຈໃສ່ວຽກງານການເມືອງ-ແນວຄິດ ເປັນກົກ, ຖືເອົາການກໍ່ສ້າງພັກ-ພະນັກງານ ເປັນວຽກງານທີ່ມີບົດບາດຕັດສິນຜົນສໍາເລັດຂອງທຸກວຽກງານ, ກໍ່ສ້າງສະມາຊິກພັກ-ພະນັກງານ ດ້ວຍຫຼາຍຮູບຫຼາຍສີ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ການກໍານົດໜ້າທີ່ການເມືອງ ໃນແຕ່ລະໄລຍະ ຕ້ອງມີແຜນການຈຸດສຸມ, ລະອຽດຈະແຈ້ງ ແລະ ນໍາໃຊ້ໄດ້ຢ່າງມີປະສິດທິພາບ, ມີການແບ່ງຄວາມຮັບຜິດຊອບ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລີກເຊີ່ງ ໃນທຸກຂົງເຂດວຽກງານ, ສຸມໃສ່ວຽກງານການກໍ່ສ້າງຮາກຖານການເມືອງຢ່າງໜັກແໜ້ນເຂັ້ມແຂງ.

ສຸມໃສ່ການປັບປຸງກົງຈັກການຈັດຕັ້ງໃຫ້ຮັດກຸມ, ແທດເໝາະກັບຄວາມເປັນຈິງ, ປັບປຸງ, ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານ, ຈັດວາງຕໍາແໜ່ງງານ ຕາມຄວາມຮູ້ຄວາມສາມາດ ແລະ ຕາມຄວາມຮຽກງານຕ້ອງການຕົວຈິງ, ໃຫ້ຖືສໍາຄັນການຄົ້ນຄວ້າ, ປັບປຸງນິຕິກຳ ແລະ ກົດໝາຍ ທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຄຸ້ມຄອງ, ເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານ ໃຫ້ໄດ້ຮັບຜົນດີ, ສົມທົບ, ພົວພັນປະສານງານ ກັບພາກສ່ວນກ່ຽວຂ້ອງ ຢ່າງຕໍ່ເນື່ອງ ໃນການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ເພື່ອນໍາໄປພັດທະນາວຽກງານ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ຍົກລະດັບວຽກງານສື່ມວນຊົນ ໃຫ້ທັນສະໄໝເທື່ອລະກ້າວ, ຂະຫຍາຍຕາໜ່າງໂທລະໂຄ່ງ ໃຫ້ເຖີງຮາກຖານທ້ອງຖິ່ນຢ່າງກວ້າງຂວາງ, ຫັນນໍາໃຊ້ສື່ທີ່ທັນສະໄໝ ໃນການໂຄສະນາເຜີຍແຜ່ນວຽກງານຕ່າງໆ ໃຫ້ຫຼາຍຂຶ້ນ, ປັບປຸງສາລະເນື້ອໃນ ແລະ ຮູບການ ຂອງການເຜີຍແຜ່ແນວທາງນະໂຍບາຍ ແລະ ນິຕິກໍາ ໃຫ້ແຫຼມຄົມ, ຖືກຕ້ອງ, ຈະແຈ້ງ, ວ່ອງໄວ ແລະ ກວ້າງຂວາງ, ນໍາໃຊ້ເຄື່ອງມືທີ່ມີຢູແລ້ວໃຫ້ເກີດປະໂຫຍດສູງສຸດ, ຊຸກຍູ້ສົ່ງເສີມຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທຳ ໃຫ້ສູງຂຶ້ນ, ຟື້ນຟູວັດທະນະທໍາອັນດີງາມຂອງຊາດ, ປັບປຸງສົ່ງເສີມ ຮີດຄອງປະເພນີ ເພື່ອຕີຖອຍບັນດາປະກົດການຫຍໍ້ທໍ້ທາງດ້ານວັດທະນະທໍາ, ໂຄສະນາ ແລະ ພັດທະນາ ແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ຕາມທິດ “ ຍືນຍົງ ປະຊາຊົນມີສ່ວນຮ່ວມ ”, ສົ່ງເສີມທ່າແຮງທາງດ້ານການທ່ອງທ່ຽວ, ວາງແຜນຢ່າງມີຈຸດສຸມ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍຖືເອົາວຽກງານທ່ອງທ່ຽວເປັນບູລິມະສິດຮີບດ່ວນ, ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ, ຍາດເອົາກາລະໂອກາດຕ່າງໆ ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ.

About admins14