ທ່ານນາຍົກລົງຢ້ຽມຢາມພໍ່ແມ່ປະຊາຊົນ ບ້ານປາກປຶງ

ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ ໃນວັນທີ 18 ພະຈິກ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມປະຊາຊົນ ບ້ານປາກປຶງ ເມືອງປາກຊັນ ໂດຍການນຳພາທາງຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ  ຈາກທ່ານ ເຕ້ຍ ພົງສະຫວັດ ນາຍບ້ານປາກປຶງ ວ່າ: ບ້ານປາກປຶງເປັນບ້ານທີ່ມີມູນເຊື້ອຄວາມດຸໝັ່ນ ທາງດ້ານການຜະລິດກະສິກຳ ແລະ ເປັນບ້ານພັດທະນາ ບ້ານທຳອິດຂອງແຂວງບໍລິຄຳໄຊ, ບ້ານປາກປຶງ ປະກອບມີ 144 ຫຼັງຄາເຮືອນ, ມີປະຊາກອນທັງໝົດ 686 ຄົນ, ຍິງ 358 ຄົນ ອາຊີບຕົ້ນຕໍ່ຂອງປະຊາຊົນແມ່ນເຮັດນາ, ປູກຝັງ ແລະ ລ້ຽງສັດ, ມີເນື້ອທີ່ນາປີ 368 ຮຕ, ສະມັດຕະພາບ 3,5 ໂຕ່ນ/ຮຕ, ນາແຊງ 172 ຮຕ, ສະມັດຕະພາບ 4,5 ໂຕ່ນ/ຮຕ, ໜອງປາ 105 ໜອງ, ເນື້ອທີ່ປູກພືດລະດູແລ້ງ 46 ຮຕ ແລະ ລະດູຝົນ 30 ຮຕ, ພືດຜັກທີ່ປູກ ສ່ວນຫຼາຍແມ່ນຜັກກາດ, ຜັກຫອມບົ່ວ, ມັນເພົາ, ໝາກແຕງ, ໝາກຖົ່ວ ແລະ ອື່ນໆ, ໃນບ້ານ ມີຈັກສູບນ້ຳໄຟຟ້າ 4 ແຫ່ງ ສາມາດເຮັດການຜະລິດໄດ້ຕະຫຼອດປີ, ມາຮອດປະຈຸບັນ ທຸກຄອບຄົວພາຍໃນບ້ານ ແມ່ນຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ຊີວິດການເປັນຢູ່ນັບມື້ນັບໄດ້ຮັບການພັດທະນາ ໃຫ້ດີຂຶ້ນເປັນກ້າວໆ, ພ້ອມດຽວກັນບ້ານປາກປຶງ ຍັງໄດ້ຮັບນາມມະຍົດເປັນບ້ານສາທະລະນະສຸກ, ບ້ານສາມັກຄີປອງດອງ, ບ້ານກະສິກຳຂອງເມືອງປາກຊັນ, ບ້ານປ້ອມໝັ້ນສູຮົບຕິດລຽນ ແລະ ບ້ານປ້ອງກັນຊາດດີ.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພໍ່ແມ່ປະຊາຊົນບ້ານປາກປຶງ ທີ່ໄດ້ມີຄວາມດຸໝັ່ນ, ເອົາໃຈໃສ່ໃນການພັດທະນາຊີວິດການເປັນຢູຂອງຕົນໃຫ້ດີຂຶ້ນ ຈົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ໃນທີ່ສຸດ ນີ້ກໍ່ເປັນການປະກອບສ່ວນທີ່ສຳຄັນອັນໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ, ຂອງແຂວງ ກໍ່ຄືຂອງປະເທດຊາດ ໃຫ້ນັບມື້ນັບຈະເລີນກ້າວໜ້າຍິ່ງໆຂຶ້ນໄປ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງພ້ອມກັນຮັກສາມູນເຊື້ອດັ່ງກ່າວໄວ້ ຕິດພັນກັບການຜະລິດກະສິກຳທີ່ມີຄຸນນະພາບ, ສະອາດ ແລະ ປອດໄພ.

ຫຼັງຈາກນັ້ນ ທ່ານນາຍົກ ພ້ອມດ້ວຍຄະນະ ຍັງໄດ້ໄປພົບປະຢ້ຽມຢາມກຸ່ມລ້ຽງປາ ບ້ານປາກປຶງ ທີ່ມີທັງໝົດ 18 ຄອບຄົວ, 105 ໜອງ ທີ່ສາມາດສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນ ໄດ້ປະມານ 20.000.000 ກີບ/ໜອງ/ປີ.

About admins14