ທີ່ຕັ້ງ, ພູມສັນຖານ ແລະ ທ່າແຮງຂອງການພັດທະນາ

ທີ່ຕັ້ງພູມສັນຖານ.

ໃນພູມີພາກຂອງ​ແຂວງ​ວຽງຈັນ ​ຕອນ​ໃຕ້ ​ແລະ ພາກ​ເໜືອຂອງ​ແຂວງ​ຄຳ​ມ່ວນ ອັນ​ປະກອອບດ້ວຍ ​ເຂດ​ພູ​ພຽງນາ​ກາຍ ມະຫາ​ໄຊ ຍົມ​ມະ​ລາດ ​ຊຶ່ງ​ເປັນ​ເຂດ​ແຄວ້ນທີ່​ມີ​ການ​ຕິດ​ຕໍ່​ກັນ​ດ້ວຍ​ສາຍພູ​ພຽງຫີນ​ປູນຍາວ​ຢຽດ​ ແຕ່​ເໜືອຮອດ​ໃຕ້ ຕາມ​ສັນພູຫຼວງ ດ້ານ​ຕາ​ເວັນ​ອອກ ຕິດ​ກັບ​ຊາຍ​ ແດນ​ຫວຽດນາມ​, ພູມີພາກ​ຂອງ​ປະ​ເທດ​ສ່ວນ​ນີ້​ເປັນ​ເຂດ​ພູດ​ອຍ ກວມ​ເອົາ​ເນື້ອ​ທີ່​ເກືອບ​ທັງໝົດ ​ມີ​ເຂດ​ທົ່ງພຽງເລາະຕາມແຄມ​ແມ່​ນ້ຳຂອງທາງ​ຝັ່ງ​ຊ້າຍ ​ພຽງໜຶ່ງສ່ວນ​ສາມ​ເທົ່ານັ້ນ. ເຊີ່ງເອີ້ນວ່າ​ແຂວງ​ບໍລິ​ຄຳ​ໄຊ ມີເນື້ອທີ່ 15.977,71 ຕາຕະລາງກິ​ໂລ​ແມັດ ມີຕັ້ງ​ຢູ່​ພາກ​ກາງຂອງ​ປະ​ເທ​ດ

  • ທາງ​ທິດ​ເໜືອ ຕິດ​ກັບ​ນະຄອນຫຼວງວຽງຈັນ ແຂວງໄຊສົມບູນ, ທິດ​ໃຕ້​ຕິດ​ກັບ​ແຂວງ​ຄຳ​ມ່ວນ, ທິດຕາ​ເວັນ​ອອກ ຕິດກັບແຂວງ​ຊຽງຂວາງ ແລະ ​ແຂວງ​ເຫ​ງ້ອານ, ​ແຂວງ​ຮ່າ​ຕິງ ​ສ ສ ​ຫວຽດນາມ, ທິດຕາເວັນ​ຕົກ ຕິດ​ກັບ​ຈັງຫວັດ ບຶງການ, ໜອງຄາຍ ​ແລະ ​ນະຄອນ​ພະນົມ ພາກ​ອິສານ ລາຊາ​ອານາຈັກ​ໄທ ມີແມ່ນ້ຳຂອງຂັ້ນກາງ ລັກສະນະພື້ນທີ່ດິນຂອງແຂວງເປັນຮູບຍາວຮີຕັດຜ່ານ ຕິດກັບຊາຍແດນລະຫວ່າງຊາດຄື: ທິດຕາເວັນອອກ, ຕິດກັບສາທາລະນະລັດ ສັງຄົມນິຍົມຫວຽດນາມ, ທິດຕາເວັນຕົກ, ຕິດກັບລາຊະອານາຈັກໄທ, ເຊີ່ງເປັນບ່ອນກີ່ວສຸດ ຂອງປະເທດລາວ ມີລວງຍາວກ້ວາງພຽງ 120 ກິໂລແມັດເທົ່ານັ້ນ ມີຄວາມສູງຈາກໜ້ານ້ຳທະເລໂດຍສະເລ່ຍ 500 ແມັດ
  • ຊັບພະຍາກອນ​ທຳ​ມະ​ຊາດ:
  • ໄມ້​ເນຶ້ອ​ແຂງ ​ແລະ ​ໄມ້​ລາຄາ​ແພງ​ມີ: ​ໄມ້​ໂລງ​ເລງ, ​ໄມ້​ຂະ​ຍຸງ,​ໄມ້ດູ່, ​ໄມ້​ແຕ້, ​ໄມ້​ເກດສະໜາ..
  •  ສັດປ່າ​ມີ: ຊ້າງ, ​ເສືອ, ກວາງ, ຟານ, ​ເສົາຫຼາ, ກະທິງ ​ແລະ ອື່ນໆ.
  • » ພືດ​ພັນ​ທີ່​ສາມາດ​ແຕ່ງ​ເປັນ​ຢາມີ: ​ເຄືອ​ແຫມ, ​ເປືອກ​ບົງ, ​ແຄ​ຫອມ ​ແລະ ອື່ນໆ.
  • » ​ເຄື່ອງ​ປ່າ​ຂອງ​ດົງ​ທີ່​ເປັນ​ສີນ​ຄ້າ​ມີ: ໝາກ​ແໜ່ງ, ຂີ້ຊີ,ຫວາຍ, ທູນ, ດອກ​ແຂມ, ​ເປືອກ​ບົງ, ປໍ​ສາ….
  • ບໍ່​ແຮ່​ມີ: ບໍ່​ຄຳ, ບໍ່​ກົ່ວ, ບໍ່​ອັງ​ຕີ​ມອນ​ ແລະ ​ອື່ນໆ.
  • ເນືອ​ທີ່​ດິນ​ໃນ​ແຕ່ລະ​ເມືອງ​ໃນ 7 ​ເມືອງ.
  • ​ເມືອງ​ປາກ​ຊັນ           654        ກິ​ໂລ​ຕາ​ແມັດ.
  • ​ເມືອງ​ທ່າ​ພະ​ບາດ    2.012   ກິ​ໂລ​ຕາ​ແມັດ.
  • ​ເມືອງ​ປາກ​ກະດິງ    4.210   ກິ​ໂລ​ຕາ​ແມັດ.
  • ​ເມືອງ​ບໍລິ​ຄັນ         3.062   ກິ​ໂລ​ຕາ​ແມັດ.
  • ​ເມືອງ​ຄຳ​ເກີດ        2.761   ກິ​ໂລ​ຕາ​ແມັດ.
  • ​ເມືອງ​ວຽງທອງ      3.958   ກິ​ໂລ​ຕາ​ແມັດ.
  • ​ເມືອງ​ໄຊ​ຈຳ​ພອນ   1.947  ກິ​ໂລ​ຕາ​ແມັດ.
  • » ເມືອງທົ່ງພຽງ: ​ເມືອງ​ປາກ​ຊັນ,​ເມືອງທ່າ​ພະ​ບາດ ​ແລະ ​ເມືອງ​ປາກ​ກະດິງ ມີ
  • » ເມືອງ​ເຄິ່ງພູ ​ແລະ ​ເຄິ່ງທົ່ງພຽງ: ​ເມືອງ​ບໍລິ​ຄັນ
  • » ເມືອງ​ເຂດ​ພູດ​ອຍ: ​ເມືອງ​ຄຳ​ເກີດ, ​ເມືອງ​ວຽງທອງ ​ແລະ ​ເມືອງ​ໄຊ​ຈຳ​ພອນ
  • ທ່ານແຮງດ້ານການພັດທະນາ

         ແຂວງບໍລິຄຳໄຊ ໄດ້ຕັ້ງໜ້າຂຸດຄົ້ນບັນດາທ່າແຮງຂອງແຂວງ ເຂົ້າໃນການພັດທະນາ ຕາມມະຕິ ແລະ ແຜນການທີ່ໄດ້ກໍານົດໄວ້ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ. ໃນປະຈຸບັນລະດັບການຂະຫຍາຍຕົວດ້ານເສດຖະກິດ 8,9%,  ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 3.543 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 1.621ໂດລາ,ໂຄງປະກອບເສດຖະກິດຕາມຂະແໜງການ: ຂະແໜງກະສິກໍາ-ປ່າໄມ້ ກວມ 42,19%, ອຸດສາຫະກໍາ 29,81% ແລະ ການບໍລິການ 28% ຂອງGDP; ການລົງທຶນບັນລຸ 997,12 ຕື້ກີບ ເທົ່າກັບ 28,14% ຂອງGDP,ພື້ນຖານໂຄງລ່າງໄດ້ຮັບການພັດທະນາມີເສັ້ນທາງລົດເຂົ້າເຖິງບ້ານກວມ 100% ແລະ ທຽວໄດ້ 2 ລະດູ ກວມ 86,6%; ໄດ້ຂະຫຍາຍຕາໜ່າງໄຟຟ້າອອກສູ່ຊົນນະບົດ ປະຈຸບັນຊົມໃຊ້ໄຟຟ້າຖາວອນ 93,93% ລະບົບໂທລະຄົມ-ສື່ສານ ມີຜູ້ຊົມໃຊ້ໂທລະສັບທັງໝົດ 225.536 ເລກໝາຍ ສະເລ່ຍ83/100 ຄົນ ແລະ ມີສັນຍານ ກວມ 97,3% ຂອງຈໍານວນບ້ານໃນທົ່ວແຂວງ,ການນໍາໃຊ້ລະບົບນໍ້າປະປາຂອງບັນດາບ້ານໃນເທດສະບານເມືອງ ກວມ 71,43%, ມູນຄ່າການສົ່ງອອກ 57,05 ລ້ານໂດລາ, ນໍາເຂົ້າ 62,92 ລ້ານໂດລາ.ມີສະຖານທີ່ທ່ອງທ່ຽວ76 ແຫ່ງ ໃນນັ້ນ ແຫຼ່ງທ່ອງທ່ຽວທໍາມະຊາດ 63 ແຫ່ງ, ວັດທະນະທໍາ 10 ແຫ່ງ ແລະ ປະຫວັດສາດ 3 ແຫ່ງ,ໂຮງແຮມ 31 ແຫ່ງ, ເຮືອນພັກ 72 ແຫ່ງ ແລະ ຮ້ານອາຫານ 137 ຮ້ານ,ມີນັກທ່ອງທ່ຽວເຂົ້າມາປະມານ130.000 ຄົນຕໍ່ປີ

ທົ່ວແຂວງມີຄອບຄົວພົ້ນທຸກແລ້ວ 43.883 ຄອບຄົວ ກວມ 93,43%, ບ້ານພົ້ນທຸກມີ 262 ບ້ານ ກວມ 88,21%, ຄອບຄົວພັດ ທະນາ 39.524 ຄອບຄົວ ກວມ 84,12%, ບ້ານພັດທະນາ 188 ບ້ານ ກວມ 63,29%; ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍ 5 ບ້ານ ຄື: ບ້ານຜາເມືອງ, ຈອມທອງ, ກໍໄຮ, ທົ່ງນາມີ ແລະ ວຽງຄໍາ ໃນນີ້ ໄດ້ປະກາດບ້ານຜາເມືອງ ເມືອງບໍລິຄັນ ແລະ ບ້ານວຽງຄໍາ ເມືອງປາກກະດິງ ກາຍເປັນບ້ານໃຫຍ່ ມີສີສັນຕົວເມືອງນ້ອຍໃນຊົນນະບົດ.

Locate and Features of the province

          Bolikhamxay province is located in the centre of Lao PDR, with the provincial capital, Pakxan, located 140 km East of Vientiane along Highway Nr. 13 South. It has a total area of 15,977 km2, sharing national boundaries with Vientiane capital and the provinces of Xaysomboun,, Khammouane, and Xiengkhouang. To the East it borders the two Vietnamese provinces of Nghe An and Ha Tinh, while across the Mekhong River it borders the Thai provinces of Bungkun, Nongkhai and Nakhonphanom.

The province consists of 7 districts including Pakxan Thaphabat, Bolikhan Pakkading, Khamkeut, Viengthong and Xaychamphone.  The population is 276,194 people (incl. 138,419 female), living in 47,396 households and 297 villages. The population density is 17 persons/ km2 with the highest numbers and densities in the lowland strip along the Mekhong River.

Bolikhamxay is rich in natural resources and mining, especially gold, silver, copper, lead, salt, and coal. It still has magnificent forest areas covering 55% of the whole province. There are abundant water sources, streams, rivers, and the large Mekhong tributaries of Ngiap, Xan, and Kading with high potential for hydropower development and irrigation schemes. The land is fertile and suited to agricultural production and animal rearing. The province has diverse tourist attractions of natural, historical, and cultural importance.

The province has a favourable strategic location in the centre of Laos and with direct connection between Thailand and Vietnam along the road Nr.8A and 4B. This makes the province suitable for investment in transit services and regional hub facilitated by two international 6 traditional checkpoints. Road connection now links all villages in the province, although wet season connection is still a challenge in about 13 per cent of the villages. Other basic infrastructure access, such as electricity, water supply, telecommunications, school, hospital, hotel, and banks has continuously developed.

The electricity network connects to whole area of the province up to 94%, while the phone numbers registered with more than 225,536, or averagely 83 numbers per 100 people. The phone signals are able to cover up to 97% compared to the provincial villages. The clean water supply in the district town provided for more than 71% of the household number.

About admin12