ທາບທາມເປີດກວ້າງທົ່ວປະເທດ ກ່ຽວກັບຮ່າງກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ ສະບັບປັບປຸງ

ກອງປະຊຸມທາບທາມເປີດກວ້າງທົ່ວປະເທດ ກ່ຽວກັບຮ່າງກົດໝາຍວ່າດ້ວຍຈຸນລະວິສາຫະກິດ, ຂະໜາດນ້ອຍ ແລະ ກາງ ສະບັບປັບປຸງ ຜ່ານລະບົບອອນລາຍ ໄດ້ຂຶ້ນໃນຕອນເຊົ້າຂອງວັນທີ 17 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຮ້ານອາຫານເຈເຈ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຄະນະປັບປຸງກົດໝາຍຂັ້ນສູນກາງ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ນະຄອນຫລວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະພາປະຊາຊົນແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງໃນທົ່ວປະເທດເຂົ້າຮ່ວມ.

ສຳລັບແຂວງບໍລິຄໍາໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກ ອຄ ແຂວງ ພ້ອມຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງສະຫວັນ ໄດ້ຜ່ານຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ວ່າ: ເພື່ອກຳນົດຫຼັກການ, ລະບຽບການ, ລວມເຖິງການຈັດຕັ້ງ ແລະ ການເຄື່ອນໄຫວ ໃນວຽກງານສົ່ງເສີມ SME ແນໃສ່ຍົກລະດັບການສົ່ງເສີມ SME ຢູ່ປະເທດເຮົາໃຫ້ມີລັກສະນະຈຸດສຸມ, ເປັນລະບົບ ເພື່ອເຮັດໃຫ້ SME ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງໝັ້ນຄົງ.

ຕະຫຼອດໄລຍະ 10 ປີ ຜ່ານມາ, ກົດໝາຍສະບັບດັ່ງກ່າວ ໄດ້ຖືກນຳໃຊ້ເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງໄດ້ຮັບຜົນດີພໍສົມຄວນ.

ເຖິງແນວໃດກໍ່ຕາມ, ເພື່ອຕອບສະໜອງ ໃຫ້ແກ່ການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນໄລຍະໃໝ່ ຈິ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍບັບດັ່ງກ່າວ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາ ພ້ອມທັງຕອບສະໜອງກັບບັນດາທິດຊີ້ນຳຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນການຜັນຂະຫຍາຍຕໍ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ຂອງລັດ ເຊິ່ງກຳນົດໃນແຜນວຽກຈຸດສຸມທີ 4, ເປົ້າໝາຍທີ 1 ວ່າດ້ວຍເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ແລະ ການການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ.

ກອງປະຊຸມ ໄດ້ຮັບຟັງບັນດາຄຳຄິດເຫັນຈາກຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດໃນຂອບເຂດທົ່ວປະເທດ ຕໍ່ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບດັ່ງກ່າວ ມີຄວາມຄົບຖ້ວນ, ສົມບູນ, ຮັບປະກັນໄດ້ຕໍ່ກັບການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນສະພາບການພັດທະນາເສດຖະກິດສັງຄົມໃນປະຈຸບັນ ແລະ ຕໍ່ໜ້າ ເພື່ອເຮັດໃຫ້ ມີຄວາມເຂັ້ມແຂງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

About admins16