ທາບທາມຮ່າງກົດໝາຍວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ

ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 4 ພຶດສະພາ 2022 ຢູ່ຫ້ອງວ່າການແຂວງ, ເຂົ້າຮ່ວມໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ແລະ ທ່ານ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ມີຄະນະຮັບຜິດຊອບຈາກສູງກາງ, ຄະນະກວດກາພັກ-ລັດແຂວງ, ເມືອງ, ຜູ້ຮັບຜິດຊອບວຽກງານກວດກາ ຈາກພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ທີ່ປະກອບມີ XI ພາກ, 87 ມາດຕາ ຊຶ່ງມີຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ, ສາມາດດໍາເນີນໄດ້ຢ່າງມີປະສິດທິພາບ ແນໃສ່ເຮັດໃຫ້ອໍານາດລັດເຂັ້ມແຂງ, ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່ ລວມທັງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຫຼັງຈາກນັ້ນ ຍັງໄດ້ມີການສະເໜີ, ປະກອບຄໍາຄິດເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະແມ່ນການປັບປຸງບາງຄໍາສັບ ແລະ ເນື້ອໃນ ທີ່ຍັງບໍ່ທັນສອດຄ່ອງ, ການກໍານົດໜ້າທີ່, ສິດ ຂອງພາກສ່ວນຕ່າງໆ ໃຫ້ລະອຽດຈະແຈ້ງ, ການຍົກສູງພາລະບົດບາດການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂັ້ນທ້ອງຖິ່ນ ແລະ ອື່ນໆ, ຈຸດປະສົງ ເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ມີຄວາມສົມບູນ, ສອດຄ່ອງ ແລະ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບສູງ.

About admins14