ທະວີຟາມ ມອບເຄື່ອງ ອຸປະໂພກ-ບໍລິໂພກ ໃຫ້ກັບອົງການປົກຄອງແຂວງ

ໃນວັນທີ 12 ຕຸລາ 2021 ນີ້ ຢູ່ຫ້ອງວ່າການແຂວງບໍລິຄໍາໄຊ ທ່ານ ຈົງລວຍ ຄໍາຈະເລີນ ຕ່າງໜ້າບໍລິສັດ ທະວີຟາມ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພດ ເປັນຕົ້ນແມ່ນ ໝີ່ສໍາເລັດຮູບ, ໄຂ່ໄກ່, ປາກະປ໋ອງ ແລະ ນໍ້າດື່ມ ລວມມູນຄ່າ 3 ລ້ານກວ່າກີບ ມາມອບໃຫ້ກັບ ອົງການປົກຄອງແຂວງ ບໍລິຄໍາໄຊ ເພື່ອນໍາໄປມອບ ແລະ ແຈກຢາຍຕໍ່ໃຫ້ກັບ ພະນັກງານແພດໝໍ ທີ່ກໍາລັງປະຕິບັດໜ້າທີວຽກງານ ຕະຫຼອດບັນດາເປົ້າໝາຍກຸ່ມສ່ຽງ ທີ່ເຂົ້າມາກັກບໍວິເວນ ຢູ່ສູນກັກກັນແຫ່ງຕ່າງໆ ທີ່ຄະນະສະເພາະກິດແຂວງໄດ້ກໍານົດໄວ້, ຕ່າງໜ້າຮັບໂດຍທ່ານ ຄໍາຫຼ້າ ຫຼວງແສງເພັດ ຮອງຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍຜູ້ຕ່າງໜ້າທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

About admins14