ທະນາຄານສົ່ງເສີມກະສິກຳ ແລະ ບໍລິສັດລາວໂທລະຄົມ ສາຂາແຂວງ ຊຸກຍູ້ທັບກິລາແຂວງບໍລິຄຳໄຊ ທີ່ເຂົ້າຮ່ວມຊຽງຂວາງເກມ

ໃນຕອນບ່າຍຂອງວັນທີ 12 ທັນວາ 2022 ຢູ່ຫ້ອງຮັບຮອງຫ້ອງວ່າການແຂວງບໍລິຄຳໄຊ, ທ່ານ ສົມຫວັງ ມູນທະລາ ຮອງຫົວໜ້າທະນາຄານ ສົ່ງເສີມກະສິກຳ ຈຳກັດ ສາຂາແຂວງບໍລິຄຳໄຊ ໄດ້ນຳເອົາເງິນສົດ 5 ລ້ານກີບ ແລະ ທ່ານ ວິລອນ ວັນນະບົວທອງ ຮອງຫົວໜ້າບໍລິສັດລາວໂທລະຄົມ ສາຂາແຂວງ 6 ລ້ານກີບ ມາມອບໃຫ້ແຂວງບໍລິຄຳໄຊ ເພື່ອປະກອບສ່ວນຊຸກຍູ້ທັບນັກກິລາແຂວງບໍລິຄຳໄຊ ທີ່ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງເກມ ເປັນກຽດຮັບໂດຍ ທ່ານ ສົມໃຈ ຄຸນພະໄຊ ຫົວໜ້າຫ້ອງວ່າແຂວງບໍລິຄຳໄຊ, ມີພາກສ່ວນທີ່ກ່ຽວຂ້ອງທັງສາມຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ສົມໃຈ ຄຸນພະໄຊ ໄດ້ກ່າວຂອບໃຈ 2 ພາກສ່ວນ ທີ່ເປັນສ່ວນໜຶ່ງໃນການປະກອບສ່ວນໃຫ້ທັບນັກກິລາແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ທັງເປັນການກະຕຸກຊຸກຍູ້ໃຫ້ກິລາຂອງແຂວງໄດ້ມີການພັດທະນາດີຂຶ້ນເທື່ອລະກ້າວ.

About admins16