ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງວຽງທອງ ສະຫຼຸບ 1 ປີ

   ໃນວັນທີ 25 ມັງກອນ 2021 ທະນາຄານນະໂຍບາຍ ໜ່ວຍບໍລິການປະຈໍາເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2021 ແລະ ວາງທິດທາງແຜນການປະຈໍາປີ 2022 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ມີຫົວໜ້າ, ພະນັັກງານພາຍໃນໜ່ວຍບໍລິການເມືອງວຽງທອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

      ກອງປະຊຸມ ທ່ານ ໄຊຊະນະ ລໍມະນີ ຫົວໜ້າທະນາຄານນະໂຍບາຍ ໜ່ວຍບໍລິການເມືອງວຽງທອງ ໄດ້ໃຫ້ກຽດຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2021 ແລະ ທິດທາງແຜນການປີ 2022 ໃນໄລຍະ 1 ປີຜ່ານມາ.

ໜ່ວຍບໍລິການໄດ້ເອົາໃຈໃສ່ປະຕິບັດຕາມສິດ ແລະ ໜ້າທີ​ ພາລະບົດບາດຂອງຕົນຢ່າງມີຄວາມຮັບຜິດຊອບສູງ ໄດ້ສະໜອງສິນເຊື່ອເຂົ້າເຖີງ 32 ບ້ານ, ມີ 269 ກຸ່ມ ຜູ້, ມີ 1.913 ຄອບຄົວ, ຄອບຄົວທຸກຍາກໄດ້ຮັບສິນເຊື່ອ 325 ຄອບຄົວ, ມີຍອດສິນເຊື່ອທັງໝົດ 29 ຕື້ 344 ລ້ານກີບ, ໃນນັ້ນ ທຶນໄລຍະສັ້ນ 1 ຕື້ 520 ລ້ານກີບ, ທຶນໄລຍະກາງ 1 ຕື້ 521 ລ້ານກີບ ແລະ ທຶນໄລຍະຍາວ 26 ຕື້ 303 ລ້ານກີບ.

ເກັບກູ້ໜີ້ສິນຕົ້ນທຶນໄດ້ທັງໝົດ 3.379.624.000 ກີບ ເທົ່າກັບ 56%, ເກັບດອກເບ້ຍໄດ້ 944.347.662 ກີບ ເທົ່າກັບ 72%, ໃນນີ້ ມີດອກເບ້ຍປົກກະຕິ 384.254.284 ກີບ, ດອກເບ້ຍກາຍສັນຍາ 71.125.000 ກີບ.

ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການປະຈໍາ ປີ 2022 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄໍາຄິດ – ຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ເພື່ອຄວາມເປັນເອກະພາບແລ້ວນຳໄປຈັດຕັ້ງປະຕິບັດ.

 

 

 

About admin11