ທະນາຄານທຸລະກິດພາຍໃນແຂວງບໍລີຄຳໄຊ ມອບເງິນຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ໃນວັນທີ 14 ພຶດສະພາ 2021 ຢູ່ຫ້ອງວ່າການແຂວງ ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ແລະ ຂົງເຂດທະນາຄານທຸລິະກິດພາຍໃນແຂວງ ໄດ້ນຳເງິນສົດຈຳນວນໜຶ່ງ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ມີພາກສ່ວນທີ່ກ່ຽວຂອງ, ພະນັກງານທະນາຄານທຸລະກິດພາຍໃນແຂວງເຂົ້າຮ່ວມເປັນສັກຂີພິຍານ.

ພາກສ່ວນທີ່ມາປະກອບສ່ວນຊຸກຍູ້ໃນຄັ້ງນີ້ປະກອບດ້ວຍ: ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ມອບເງິນສົດ 5 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງບໍລິຄຳໄຊ 8.500.000 ກີບ, ທະນາຄານຮ່ວມພັດທະນາ 30 ລ້ານກີບ, ທະນາຄານສົ່ງເສີມກະສິກຳ 2 ລ້ານກີບ, ທະນາຄານພົງສະຫວັນ 1 ລ້ານ ກີບ, ທະນາຄານພັດທະນາລາວ ສາຂາປາກຊັນ 3 ລ້ານກີບ ແລະ ທະນາຄານອິນດູຈີນສາຂາປາກຊັນ 5 ແສນກີບ ລວມມູນຄ່າທັງໝົດ 50 ລ້ານກີບ.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊຍັງໄດ້ມອບ ໃບຍ້ອງຍໍ ແລະ ໃບຂອບໃຈ ໃຫ້ແກ່ຂົງເຂດທະນາຄານ ທີ່ມີຜົນງານດີເດັ່ນປະກອບສ່ວນຊຸກຍູ້ ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານ ການແຜ່ລະບາດພະຍາດໂຄວິດ-19 ໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ບຸນເສັງ ປະທຳມະວົງ.

About admins16