ທະນາຄານການຄ້າ ມອບເຄື່ອງຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ໃນວັນທີ 12 ສິງຫາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ນຳເອົາອຸປະກອນປ້ອງກັນພະຍາດໂຄວິດ-19 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າຮັບໂດຍ ທ່ານ ໄກ່ທອງ ອານຸສິນ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບດ້ວຍ ເຂົ້າສານໜຽວ 5 ເປົາ, ໝີ່ໄວໆ 2 ແກັດໃຫຍ່, ປາກະປ໊ອງ 1 ແກັດໃຫຍ່, ໜ້າກາກອານາໄມ 50 ກັບນ້ອຍ ແລະ ຖົງມືຢາງ ການແພດ 2 ກັບນ້ອຍ ລວມມູນຄ່າທັງໝົດ 4.000.000 ກີບ.

About admins14