ຖວທ ແຂວງ ເຜີຍແຜ່ເຊື່ອມຊຶມ ມະຕິ 04/ຄບສພ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2021 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານເຜີຍແຜ່ເອກະສານໂດຍ ທ່ານ ສົນທອງ ວີບຸນກວ້າງ ຄະນະພັກຮາກຖານ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ມີຄະນະພັກ, ຄະພະແນກ, ສະມາຊິກພັກ ແລະ ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ທີ່ຍົກໃຫ້ເຫັນທິດນໍາຕໍ່ວຽກງານພະນັກງານ, ຫຼັກການກ່ຽວກັບວຽກງານພະນັກງານ, ທິດທາງສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ແລະ ມາດຕະການຈັດຕັ້ງປະຕິບັດ.

ມະຕິ 04 ໄດ້ເນັ້ນ 4 ທິດນຳ ຂອງພັກໃນການຫັນປ່ຽນສໍາລັບບັນໜ້າທີ່ຈຸດສຸມ ຄື: ພະນັກງານ ຕ້ອງໄດ້ມີການຫັນປ່ຽນ ຈາກການປະຕິບັດໜ້າທີ່ ແບບແຜນວິທີເຮັດວຽກດັ້ງເດີມ ຫັນໄປສູ່ການດຳເນີນງານທີ່ກ້າວໜ້າ ແລະ ມີຄວາມເປັນທັນສະໄໝ, ຮັບພະນັກງານທີ່ມີຄວາມຈຳເປັນ, ປະຕິບັດໄປຕາມແຜນບຳລຸງສ້າງພະນັກງານນຳພາ – ສືບທອດປ່ຽນແທນ ໃຫ້ໄດ້ 3 ລຸ່ນ: ລຸ່ນໜຸ່ມ ທີ່ມີຄວາມໜັກແໜ້ນທາງດ້ານການເມືອງ ຄຸນສົມບັດ ສິນທຳປະຕິວັດ ແລະ ມີຄວາມຮູ້ຄວາມສາມາດ, ລຸ່ນກາງ ແລະ ລຸ່ນອາສຸໂສ, ບັນດາໜ່ວຍງານ ທີ່ເປັນເສນາທິການໃຫ້ແກ່ຄະນະພັກ – ຄະນະນຳທຸກຂັ້ນ ຕ້ອງໄດ້ດຳເນີນການຕິດຕາມກວດກາ ປະເມີນຜົນ ພະນັກງານ ໃຫ້ມີຄວາມຊັດເຈນ ໂປ່ງໃສ ແລະ ຍຸຕິທຳ.

ພ້ອມນັ້ນ, ໃນກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ແຈ້ງການຂອງສະຫະພັນກໍາມະບານແຂວງ ສະບັບເລກທີ 01/ກບຂ, ລົງວັນທີ 18 ມັງກອນ 2022 ເລື່ອງການສ້າງຂະບວນການ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງອົງການກໍາມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022).

About admins14