ຖວທ ແຂວງ ເຜີຍແຜ່ຍຸດທະສາດການຮ່ວມມື ລາວ-ຫວຽດນາມ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຂໍ້ຕົກລົງ ວ່າດ້ວຍຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະ ປີ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມືທະວີພາຄີ ໄລຍະປີ 2021-2025 ຂຶ້ນ ໃນວັນທີ 17 ສິງຫາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍລິຄໍາໄຊ, ມີຄະນະພະແນກ, ຂະແໜງການ, ກອງວິຊາການ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ເປົ້າໝາຍຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ໄລຍະ 2011-2030 ແມ່ນເພື່ອສືບຕໍ່ປັບປຸງ, ພັດທະນາ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ເລິກເຊິ່ງກວ່າເກົ່າ, ຍຶດໝັ້ນ, ຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈໃຫ້ຫຼາຍຂຶ້ນ ລະຫວ່າງສອງປະເທດ, ສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ ໃນການຮ່ວມມືທະວິພາຄີ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ວັດທະນະທຳ, ສຶກສາ ແລະ ວິທະຍາສາດ-ເຕັກນິກ ປະກອບສ່ວນເຂົ້າໃນການປະຕິບັດເປົາໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງສາກົນ, ຍົກສູງຖານະບົດບາດ, ອິດທິພົນ ຂອງແຕ່ລະປະເທດ ໃນພາກພື້ນ ແລະ ສາກົນ.

ພ້ອມດຽວກັນ ຍັງໄດຮັບການເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄລຍະ 2021-2025 ທີ່ປະກອບດ້ວຍ 8 ມາດຕາ ທີ່ມີເນື້ອໃນເວົ້າເຖິງການຮ່ວມມືໃນດ້ານຕ່າງໆ, ທຶນຊ່ວຍເຫຼືອລ້າ ແລະ ອື່ນໆ.

About admins14