ຖວທ ແຂວງ ຫວນຄືນມູນເຊື້ອກຳມະບານລາວ ຄົບຮອບ 65 ປີ

ພິທີປາຖະກະຖາຫວນຄືນມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວ (1 ກຸມພາ 1956-1 ກຸມພາ 2021) ໄດ້ຈັດຂຶ້ນ ໃນວັນທີ 4 ກຸມພາ 2021 ຢູ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອໂດຍ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະຮາກຖານກຳມະບານ ແລະ ສະມາຊິກຳມະບານພາຍໃນພະແນກ ເຂົ້າຮ່ວມ.

ໃນທ້າຍສັດຕະຫວັດທີ 19 ພວກລ່າເມືອງຂື້ນຝຣັ່ງໄດ້ເຂົ້າມາຍຶດຄອງ 3 ປະເທດອິນດູຈີນ ແລະ ໄດ້ປຸ້ນສະດົມ, ເຂັ່ນຂ້າ ແລະ ກົດຂີ່ຂຸດຮີດຊາວຜູ້ອອກແຮງງານຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ ຈົນມາຮອດວັນທີ 3 ກຸມພາ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂື້ນ ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ອິນດູຈີນ ແລະ ໃນປີ 1934 ອົງຄະນະພັກແຄ້ວນລາວກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ຊຶ່ງເປັນບາດກ້າວທຳອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ຂະບວນການຕໍ່ສູ້ກຳເນີດຂຶ້ນໃນທົ່ວປະເທດ ແລະ ມາຮອດວັນທີ 22 ມີນາ 1955 ທີ່ບ້ານນາແມວ ເມືອງວຽງໄຊ ແຂວງຫົວພັນ ພັກປະຊາຊົນລາວກໍ່ໄດ້ຮັບການສ້າງຕັ້ງຂື້ນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາຄະນະຊີ້ນຳສູນກາງ, ເປັນເລຂາຄະນະພັກສູນກາງ-ທັງເປັນຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນລາວ.

ເພື່ອໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ ໃຫ້ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳໃຫ້ແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ ວັນທີ 1 ກຸມພາ 1956 ກົມການເມືອງສູນກາງພັກ ກໍ່ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວຂຶ້ນ ຢ່າງເປັນທາງການຢູ່ເຂດທີ່ໜັ້ນ ແຂວງຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ.

ພາຍຫຼັງທີ່ອົງການຈັດຕັ້ງກຳມະບານໄດ້ຮັບການສ້າງຕັ້ງຂຶ້ນ ກໍ່ໄດ້ກາຍເປັນກຳລັງຫຼວງປະກອບສ່ວນຢ່າງສົມກຽດ ເຂົ້າໃນການຕໍ່ສູ້ກູ້ຊາດແຕ່ລະໄລຍະ ຈົນສາມາດຍາດໄດ້ໄຊຊະນະ ແລະ ປົດປ່ອຍປະເທດຊາດໄດ້ ໃນວັນທີ 2 ທັນວາ 1975.

ຫຼັງຈາກນັ້ນ ອົງການຈັດຕັ້ງກຳມະບານ ກໍ່ຍັງໄດ້ປະຕິບັດໜ້າທີ່ການຜະລິດ, ສ້າງຄວາມເຂັ້ມແຂງກຸ້ມຕົນເອງທາງດ້ານເສດຖະກິດ, ປະຕິບັດໜ້າທີ່ການສູ້ຮົບ, ທັງປັບປຸງ, ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງຂອງຕົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍ່ຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກກຳມະບານ ແລະ ຊາວຜູ້ອອກແຮງານລາວບັນດາເຜົ່າ.

About admins14