ຖວທ ແຂວງ ທາບທາມຮອງຫົວໜ້າພະແນກ

ກອງປະຊຸມທາບທາມຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2022 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກ ແລະ ພະນັກງານ – ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານເນື້ອໃນດໍາລັດຂອງລັດຖະບານ ເລກທີ 461/ລບ, ລົງວັນທີ 9 ຕຸລາ 2012 ວ່າດ້ວຍມາດຕະຖານຕໍາແໜ່ງບໍລິຫານຂອງລັດຖະກອນແຫ່ງ ສປປ ລາວ, ໂດຍສະເພາະມາດຕະຖານສຳລັບຕຳແໜ່ງບໍລິຫານປະເພດ 4 ທີ່ຕ້ອງເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສຸຂະພາບສົມບູນແຂງແຮງດີ, ເຄີຍດຳລົງຕຳແໜ່ງບໍລິຫານປະເພດ 5 ມາແລ້ວຢ່າງໜ້ອຍ 4 ປີ ແລະ ອື່ນໆ.

ພ້ອມນັ້ນ ຍັງໄດ້ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ, ເປົ້າໝາຍທີ່ໄດ້ຄັດເລືອກໃນຄັ້ງນີ້ ມີ 2 ທ່ານ, ເລືອກເອົາ 1 ທ່ານ, ຫຼັງຈາກນັ້ນພະນັກງານ – ລັດຖະກອນທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ລົງຄະແນນສຽງເລືອກເອົາຮອງຫົວໜ້າພະແນກ 1 ຕຳແໜ່ງ.

About admins14