ຖວທ ແຂວງ ຍ້ອງຍໍຜົນງານ 5 ປີ

ກອງປະຊຸມສະຫຼຸບຕີລາຄາ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ພິທີຍ້ອງຍໍຜົນງານ 5 ປີ 2016-2020 ຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 17 ກຸມພາ 2023 ຢູ່ຫ້ອງປະຊຸມຂອງຕົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ແລະ ທ່ານ ພູວັນ ໄຊຍະສານ ຄະນະພັກພະແນກ ຮອງຫົວໜ້າພະແນກ ຖວທ ແຂວງ, ມີຄະນະຮັບຜິດຊອບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຄະນະພັກ, ຄະນະພະແນກ, ຂະແໜງການ, ກອງ, ແຂກຖືກເຊີນ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນ ແລະ ຍ້ອງຍໍຮັກຊາດ ໄລຍະ 2016-2020 ທີ່ຍົກໃຫ້ເຫັນຜົນງານ ແລະ ຜົນສໍາເລັດ ທີ່ຍາດມາໄດ້, ພ້ອມນັ້ນ ຍັງຍົກໃຫ້ເຫັນ ບາງວຽກງານທີ່ຍັງຄົງຄ້າງ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດປັບປຸງ, ແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນ ໃນຕໍ່ໜ້າ, ຈາກນັ້ນ ໄດ້ຮັບຟັງການຜ່ານລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 159/ປປທ, ລົງວັນທີ 14 ກັນຍາ 2022 ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ I ຈໍານວນ 171 ທ່ານ ແລະ 8 ກົມກອງ, ຊັ້ນ II ຈໍານວນ 396 ທ່ານ, 8 ກົມກອງ ແລະ 1 ຄອບຄົວ ແລະ ຊັ້ນ III ຈໍານວນ 444 ທ່ານ, 22 ກົມກອງ, 3 ບ້ານ ແລະ 1 ເມືອງ.

ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 368/ນຍ ວ່າດ້ວຍການປະດັບຫຼຽນກາແຮງງານ ໃຫ້ 579 ທ່ານ, 27 ກົມກອງ, 2 ບ້ານ, 2 ຄອບຄົວ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ 1.149 ທ່ານ, 41 ກົມກອງ, 5 ບ້ານ, 4 ຄອບຄົວ, ຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ເລກທີ 894/ຂບຊ ເຫັນດີມອບໃບຍ້ອງຍໍໃຫ້ 48 ກົມກອງ ແລະ 1.638 ທ່ານ, ມອບໃບຊົມເຊີຍໃຫ້ 131 ທ່ານ ທີ່ມີຜົນງານດີເດັ່ນ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໄລຍະ 5 ປີ (2016-2020).

ຈາກນັ້ນ ກໍ່ໄດ້ມີປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ແກ່ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງບໍລິຄໍາໄຊ, ປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ 5 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ໃຫ້ 11 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ໃຫ້ 8 ທ່ານ ໃຫ້ກຽດປະດັບຫຼຽນໂດຍ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ.

ປະດັບຫຼຽນກາແຮງງານ ໃຫ້ 4 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ 17 ທ່ານ ໃຫ້ກຽດປະດັບຫຼຽນ ແລະ ມອບໃບຍ້ອງຍໍ ໂດຍ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ ແຂວງ.

ມອບໃບຍ້ອງຍໍຂອງທ່ານເຈົ້າບໍລິຄຳໄຊ ໃຫ້ 11 ທ່ານ ແລະ ໃບຊົມເຊີຍ 1 ທ່ານ ໃຫ້ກຽດມອບໂດຍ ທ່ານ ບົວສອນ ບຸດຊາວດອນ ຮອງຫົວໜ້າພະແນກ ຖວທ ແຂວງ.

ຫຼັງຈາກນັ້ນ ຄະນະພະແນກ ແລະ ຕາງໜ້າແຕ່ລະຂະແໜງການ ໄດ້ຂຶ້ນຈັບມືແຂ່ງຂັນ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີຕໍ່ໜ້າ 2021-2025  ໃນທົ່ວພະແນກຢ່າງເປັນທາງການ.

About admins14