ຖວທ ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 45 ປີ

ພະແນກ ຖວທ ແຂວງ ໄດ້ຈັດພິທີປາຖະກະຖາລະນຶກເຖິງວັນຊາດ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ຂຶ້ນ ໃນວັນທີ 14 ທັນວາ 2020 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດປາຖະກະຖາໂດຍທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ, ມີຄະນະພະແນກ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ໂດຍສືບທອດມູນເຊື້ອອັນອົງອາດ, ກ້າແກ່ນບໍ່ຍອມຈຳນົນ, ນ້ຳໃຈຄຽດແຄ້ນອັນສູງສົ່ງຂອງປະຊາຊົນລາວບັນດາເຜົ່າ, ນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955, ພັກໄດ້ນຳພາປະຊາຊົນບັນດາເຜົ່າ ສາມັກຄີຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ຈົນໄດ້ຮັບໄຊຊະນະສົມບູນ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນລັດປະຊາທິປະໄຕ ປະຊາຊົນ, ລັດແຫ່ງອຳນາດຂອງປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະພາບທາງດ້ານການເມືອງ, ເສດຖະກິດ ກໍ່ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ, GDP ສະເລ່ຍຕໍ່ຫົວຄົນກໍ່ເພີ່ມຂຶ້ນ ໃນປີ 1985 ບັນລຸໄດ້ 114 ໂດລາສະຫະລັດ, ປີ 1995 ບັນລຸໄດ້ 380 ໂດລາ, ປີ 2015 ບັນລຸໄດ້ 1.970 ໂດລາ ແລະ ປີ 2020 ບັນລຸໄດ້ 2.742 ໂດລາສະຫະລັດ, ຮອດປີ 2019 ຄອບຄົວທຸກຍາກຍັງເຫຼືອ 62.384 ຄອບຄົວ ເທົ່າກັບ 5,16% ຂອງຈໍານວນຄອບຄົວທັງໝົດໃນທົ່ວປະເທດ, ບ້ານທຸກຍາກ 1.424 ບ້ານ ເທົ່າກັບ 16,82% ແລະ ເມືອງທຸກຍາກຍັງເຫຼືອ 23 ເມືອງ.

ສຳລັບວຽກງານພັດທະນາຊົນນະບົດ ແລະ ການສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ການເປັນຕົວເມືອງນ້ອຍ ໃນຊົນນະບົດຕາມທິດ 3 ສ້າງ, ວຽກງານວັດທະນະທຳ-ສັງຄົມ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່, ປັບປຸງແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ພ້ອມນັ້ນ ທ່ານຍັງຍົກໃຫ້ເຫັນເຖິງ 36 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາແຂວງບໍລິຄຳໄຊ ເຫັນວ່າ ຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ ແລະ ຖືກຈັດຕັ້ງປະຕິບັດ ດ້ວຍຜົນສຳເລັດສູງ ໂດຍໄດ້ສະແດງອອກໃນຫຼາຍດ້ານ ເປັນຕົ້ນແມ່ນຜົນການປະເມີນປີ 2019 ຕາມດຳລັດ 348/ນຍ ທົ່ວແຂວງມີຄອບຄົບພົ້ນທຸກ ກວມເອົາ 93,2%, ບ້ານພົນທຸກ 84,48%, ເມືອງພົນທຸກ 5 ເມືອງ, ຄອບຄົວພັດທະນາ 87% ແລະ ບ້ານພັດທະນາ 73,54%.

ໃນພິທີ ຍັງໄດ້ຮັບຟັງການຫວນຄືນຊີວິດ ແລະ ການປະຕິວັດ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໂດຍຕະຫຼອດເວລາ ທ່ານໄດ້ກ້າວເດີນບົນເສັ້ນທາງອັນສະຫວ່າງສະໄຫວຂອງການປະຕິວັດຕາມລັດທິມາກ-ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍ, ບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ.

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I-V ຂອງພັກ ທ່ານ ປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນ ແລະ ໃນເດືອນ ສິງຫາ ປີ 1991 ເລືອກຕັ້ງເປັນ ປະທານປະເທດແຫ່ງ ສ.ປ.ປ ລາວ.

About admins14