ຖວທ ຈະສ້າງບ້ານແບບຢ່າງທາງດ້ານວັດທະນະທຳ ໃຫ້ຕິດພັນກັບການທ່ອງທ່ຽວ

ທ່ານ ພູວຽງ ພີມມະວົງສາ ຫົວໜ້າຂະແໜງວັດທະນະທຳ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານປະຈຳປີ 2020 ແລະ ທິດທາງແຜນການ 2021 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 09 ກຸມພາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ, ມີຫົວໜ້າ, ຮອງຫົວໜ້າຂະແໜງ, ຫົວໜ້າຫ້ອງການ 7 ຕົວເມືອງ, ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ການຈັດຕັ້ງປະຕິບັດວຽກງານການສ້າງຄອບຄົວ ແລະ ບ້ານວັດທະນາທຳ ຫຼື ວຽກງານການສ້າງຊີວິດວັດທະນາທຳໃໝ່ ຊຶ່ງມາຮອດປະຈຸບັນ ທົ່ວແຂວງສາມາດປະກາດຮັບຮອງບ້ານວັດທະນາທຳແລ້ວ 268 ບ້ານ ເທົ່າກັບ 94,36%, ສ້າງຄອບຄົວວັດທະນາທຳໄດ້ 46,411 ຄອບຄົວ ເທົ່າກັບ 86,71%, ມີ 4 ເມຶອງ ທີ່ສ້າງບ້ານວັດທະນາທຳໄດ້ 100% ຄື: ເມືອງປາກຊັນ, ເມືອງທ່າພະບາດ, ເມືອງປາກກະດິງ ແລະ ເມຶອງຄໍາເກີດ.

ໃນປີ 2020 ສ້າງບ້ານວັດທະນາທຳໄດ້ 6 ບ້ານ, ໃນນັ້ນ ເມືອງໄຊຈໍາພອນ 2 ບ້ານ ແລະ ເມືອງວຽງທອງ 4 ບ້ານ, ສ້າງຄອບຄົວວັດທະນາທຳ ໄດ້ 993 ຄອບຄົວ.

ແຜນການປີ 2021 ວາງຄາດໝາຍສູ້ຊົນສ້າງບ້ານວັດທະນະທຳໃຫ້ໄດ້ 6 ບ້ານ ໃນນັ້ນ ເມຶອງບໍລິຄັນ 1 ບ້ານ, ວຽງທອງ 3 ບ້ານ ແລະ ໄຊຈຳພອນ 2 ບ້ານ ແລະ ສ້າງຄອບຄົວວັດທະນະທຳ ໃຫ້ໄດ້  1.098 ຄອບຄົວ.

ປະຈຸບັນ ກຳລັງວາງແຜນສ້າງບ້ານຕົວແບບທາງດ້ານວັດທະນາທຳ ຕິດພັນກັບການທ່ອງທ່ຽວ ໂດຍແມ່ນການກຳນົດເອົາບ້ານທີ່ໄດ້ປະກາດຮັບຮອງເປັນບ້ານວັດທະນາທຳ ເພຶ່ອມາສ້າງ ເຊິ່ງແມ່ນການສຶບຕໍ່ສ້າງ ແລະ ພັດທະນາວັດທະນາທຳ, ຄອບຄົວວັດທະນາທຳ ພາຍໃນບ້ານໃຫ້ສືບສານແນວຄິດວັດທະນາທຳ, ອະນຸລັກຮັກສາວັດທະນາທຳ, ສົ່ງເສີມວັດທະນາທຳ, ນຳໃຊ້ເອກະລັກວັດທະນາທຳສະເພາະຂອງເຜົ່າພາຍໃນບ້ານ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວຊົມວິຖີຊີວິດ, ຊົມໃຊ້ຜະລິດຕະພັນ, ສຶກສາຮຽນຮູ້ຕ່າງໆທາງດ້ານວັດທະນາທຳ ທີ່ເປັນເອກະລັກຂອງບັນດາເຜົ່າ.

ຕໍ່ວຽກງານດັ່ງກ່າວ ທາງຂະແໜງວັດທະນາທຳ ກໍ່ຄືພະແນກ ຖວທ ໄດ້ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍເນື້ອໃນແຈ້ງການຂອງກະຊວງ ຖວທ ສະບັບເລກທີ່ 392 ລົງວັນທ່ 30 ມິຖຸນາ 2017 ຊຶ່ງໄດ້ປະກອບເອກະສານກ່ຽວກັບບັນດາມາດຖານ ແລະ ເງື່ອນໄຂ ພ້ອມທັງແຈ້ງການສົ່ງໃຫ້ແຕ່ລະເມຶອງຄົ້ນຄ້ວາ ແລະ ກຳນົດເອົາເມຶອງລະໜຶ່ງບ້ານ ເພຶ່ອຈັດຕັ້ງປະຕິບັດ ຊຶ່ງໃນປີທີ່ຜ່ານມາ ມີ 2 ເມຶອງທີ່ໄດ້ກຳນົດເອົາບ້ານເປົ້າໝາຍທີ່ເປັນລາຍລັກອັກສອນ ຄື: ເມຶອງປາກຊັນ ກຳນົດເອົາບ້ານກ້ວຍອຸດົມ, ເມຶອງປາກກະດິງ ກຳນົດເອົາບ້ານ ຊ່ອນພັນໄຊ ເຊິ່ງ 2 ບ້ານນີ້ ກໍ່ໄດ້ກຳນົດເຂົ້າແຜນປີ 2021 ແລະ ຈະໃຫ້ສາມາດຈັດພິທີປະກາດສ້າງຢ່າງເປັນທາງການ.

About admins16