ຕໍາຫຼວດແຂວງ ຮ່າຕີ້ງ ມອບອຸປະກອນຕ້ານ, ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດເຊື້ອພະຍາດໂຄວິດ-19 ໃຫ້ 02 ກອງບັນຊາການ ປກສ ແຂວງ

ຕອນເຊົ້າ ວັນທີ 11 ສິງຫາ 2021 ຢູ່ທີ່ດ່ານສາກົນ ເກົາແຈ່ວ ສສ. ຫວຽດນາມ, ກອງບັນຊາການ ຕໍາຫຼວດແຂວງຮ່າຕີ່ງ ສສ ຫວຽດນາມ ໄດ້ນໍາເອົາວັດຖຸອຸປະກອນຮັບໃຊ້ວຽກງານຕ້ານ, ສະກັດກັ້ນ ແລະ ປ້ອງກັນເຊື້ອພະຍາດໂຄວິດ-19 ມາມອບໃຫ້ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ ສປປ ລາວ, ລວມມູນຄ່າ 180.000.000 ດົງ, ຕາງໜ້າກ່າວມອບໂດຍ ທ່ານ ພັນເອກ ຫງວຽນຫີ້ວທຽນ ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງຮ່າຕີ່ງ, ກ່າວຮັບໂດຍທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ທ່ານ ພັນໂທ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ, ມີພະນັກງານພາກສ່ວນທີ່ກ່ຽວຂ້ອງທັງ 02 ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ພັນເອກ ຫງວຽນຫີ້ວທຽນ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນວຽກງານ ຕ້ານສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ເຊີ່ງເຫັນວ່າປະຈຸບັນຍັງມີຄວາມສ່ຽງ ແລະ ມີການແຜ່ລະບາດເປັນວົງກວ້າງ ຢູ່ ສປປ ລາວ ຈື່ງໄດ້ ນໍາເອົາ ເຄື່ອງພົ່ນຢາຂ້າເຊື້ອ, ເຄື່ອງວັດອຸນຫະພູມ, ເຈວລ້າງມື, ຜ້າປິດປາກ, ນໍ້າຢາຂ້າເຊື້ອ ລວມມູນຄ່າທັງໝົດ 180.000.000 ດົງ, ມາມອບໃຫ້ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ກອງບັນຊາການ ປກສ ແຂວງຄໍາມ່ວນ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ, ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະບາດໂຄວິດ-19 ບໍ່ໃຫ້ແຜ່ບາດເປັນວົງກວ້າງ ເປັນຕົ້ນກໍ່ແມ່ນ ຢູ່ພາຍໃນກໍາລັງປ້ອງກັນຄວາມສະຫງົບຂອງ 02 ແຂວງ ໃຫ້ມີຄວາມປອດໄພ ແລະ ບໍ່ມີຄວາມສ່ຽງທີ່ຈະຕິດເຊື້ອພະຍາດດັ່ງກ່າວ.

ໂອກາດດຽວກັນ ຕາງໜ້າຝ່າຍກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ປກສ ແຂວງຄໍາມ່ວນ ກໍ່ໄດ້ພັດປ່ຽນກັນລາຍງານສະພາບ ປະກົດການຫຍໍ້ທໍ້ທ່ີ່ເກີດຂື້ນຢູ່ຂອບເຂດບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ສະພາບການແຜ່ລະບາດຂອງເຊື້ອພະບາດໂຄວິດ-19 ຢູ່ປະເທດລາວ, ເປັນຕົ້ນແມ່ນແຂວງ ບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນ ໃຫ້ຝ່າຍກອງບັນຊາການຕໍາຫຼວດ ແຂວງຮ່າຕີ່ງ ໄດ້ຮັບຊາບ, ພ້ອມທັງກ່າວສະແດງຄໍາຂອບໃຈ ທ່ານ ພັນເອກ ຫງວຽນຫີ້ວທຽນ ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງຮ່າຕີ່ງ ພ້ອມດ້ວຍຄະນະ, ທີ່ໄດ້ນໍາເອົາເຄື່ອງຈໍານວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ຈະນໍາໃຊ້ເຄື່ອງດັ່ງກ່າວໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

About admin11