ດ່ານພາສີສາກົນນໍ້າພາວ ຈັດເກັບລາຍຮັບເຂົ້າງົບປະມານຫຼຸດແຜນ 11,17 % ຂອງແຜນດັດແກ້ຈຳນວນ 204 ຕື້ກວ່າກີບ

ຕາມການໃຫ້ສຳພາດຂອງ ທ່ານ ແກ້ວວິລາ ທິບດາລາ ຫົວໜ້າດ່ານພາສີສາກົນນໍ້າພາວ-ເກົາແຈ່ວ ແຂວງ ບໍລິຄຳໄຊ ສປປ ລາວ-ແຂວງຮ່າຕິ່ງ ສສ ຫວຽດນາມ ໃນທ້າຍເດືອນມັງກອນ 2021 ໄດ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພາສີທີ່ປະຕິບັດໜ້າທີ່ຢູ່ດ່ານສາກົນນໍ້າພາວ ໄດ້ມີຫ້ອງການປະຈຳຢູ່ 2 ຈຸດ ຄື: ຈຸດຊາຍແດນ (505) ແລະ ຈຸດຫຼັກ 20 ປະກອບມີ 3 ໜ່ວຍງານ ແລະ ມີ 2 ດ່ານປະເພນີຂຶ້ນກັບ.

ຜ່ານການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບປີ 2020 ແຜນເບື້ອງຕົ້ນ 415 ຕື້ກວ່າກີບ ແລະ ແຜນດັດແກ້ 204 ຕື້ກວ່າກີບ ສາມາດປະຕິບັດໄດ້ພຽງ 181,405,477,996 ກີບ (ໜຶ່ງຮ້ອຍແປດສິບເອັດຕື້ສີ່ຮ້ອຍລ້ານກວ່າກີບ ) ຖ້າທຽບໃສ່ແຜນການເບື້ອງຕົ້ນ 415 ຕື້ກວ່າກີບເທົ່າກັບ 43 %, ຫຼຸດແຜນ 56.29 %,ເປັນເງິນ 233 ຕື້ກວ່າກີບ,ຖ້າທຽບໃສ່ແຜນດັດແກ້ 204 ຕື້ກວ່າກີບຫຼຸດແຜນ 11,17 % ເປັນເງິນ 22 ຕື້ກວ່າກີບ.

ສາຍເຫດທີ່ບໍ່ສາມາດຈັດເກັບລາຍຮັບໄດ້ຕາມແຜນການ ແມ່ນເກີດມາຈາກຫຼາຍປັດໃຈເປັນຕົ້ນແມ່ນ: ຕົ້ນປີ 2020 ເກີດການລະບາດຂອງພະຍາດໂຄວິດ 19 ໃນທົ່ວໂລກ ແລະ ພາກພື້ນ ດ່ານພາສີສາກົນນໍ້າພາວໄດ້ປິດການບໍລິການນໍາເຂົ້າ-ສົ່ງອອກສິນຄ້າລະຫວ່າງປະເທດໄລຍະໜື່ງ, ລາຍຮັບຕົ້ນຕໍຈາກສິນຄ້ານໍາເຂົ້າມີລັກສະນະຫຼຸດລົງ ເປັນຕົ້ນແມ່ນ: ນໍ້າມັນເຊື້ອໄຟ, ປະເພດສີ້ນສ່ວນພາຫະນະ, ອາໄລ່ ແລະ ເຄື່ອງໃຊ້ໄຟຟ້າ. ການປະຕິບັດກົດໝາຍ ແລະ ນິຕິກຳລູ່ມກົດໝາຍທີ່ກ່ຽວຂ້ອງ ເຮັດໃຫ້ຜູ້ປະກອບການນຳເຂົ້າ-ສົ່ງອອກ ສິນຄ້າ ໄດ້ນຳໃຊ້ກອບສັນຍາສອງຝ່າຍລາວ-ຫວຽດນາມ, ສິນຄ້າອາຊຽນ ແລະ ການຫຼຸດຜ່ອນອັດຕາພາສີໃນກອບການຄ້າເສລີ ( AFTA ) ແລະ ການນໍາເຂົ້າສິນຄ້າບາງປະເພດຂອງຜູ້ປະກອບການທຸລະກິດ ແມ່ນປະຕິບັດຕາມນະໂຍບາຍສົ່ງເສີມການລົງທຶນ ໄດ້ຮັບການຍົກເວັ້ນ, ຫຼຸດຜ່ອນ ຄ່າພາສີ-ອາກອນເປັນເງິນ 122 ຕື້ກວ່າກີບ, ສິນຄ້າທີ່ງົດເກັບພາສີ-ອາກອນຄິດເປັນເງິນ 3 ຕື້ກວ່າກີບ.

ທ່ານ ແກ້ວວິລາ ທິບດາລາ ຫົວໜ້າດ່ານພາສີສາກົນນໍ້າພາວ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ສຳລັບຄາດໝາຍຈັດເກັບລາຍຮັບໃນປີ 2021 ໃນຈຳນວນ 319 ຕື້ກວ່າກີບ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ຄະນະຮັບຜິດຊອບຈະພະຍາຍາມສູ້ຊົນຈັດເກັບໃຫ້ບັນລຸຕາມແຜນການທີ່ວາງໄວ້ ໂດຍຈະເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ເຂັ້ມງວດ, ຕິດຕາມ ແລະ ກວດກາ ການປະຕິບັດໜ້າທີ່ຂອງພະນັກງານທຸກພາກສ່ວນ ທີ່ກ່ຽວຂ້ອງ ບັນດາຂະແໜງການ ໃນດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດາ່ນປະເພນີ, ປຸກລະດົມ ແລະ ເອື້ອອຳນວຍ ຊຸກຍູ້ຜູ້ປະກອບການ ໃຫ້ນຳເຂົ້າ-ສົ່ງອອກສິນຄ້າ ເປັນປົກກະຕິ ພ້ອມມອບພັນທະເຂົ້າງົບປະມານຕາມລະບຽບການທີ່ກຳນົດໄວ້, ຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີ.

About admins14