ດອກເຜີ້ງບານ ງາມທຳມະຊາດ ຕາດໄພວັນ

ໄຊຈຳພອນເປັນອີກເມືອງໜຶ່ງຂອງແຂວງບໍລິຄຳໄຊ ທີ່ມີທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ເພາະວ່າເປັນເມືອງພູດອຍທີ່ຍັງຄົງມີຄວາມອຸດົມສົມບູນຂອງປ່າໄມ້ທີ່ຕືບໜ້າ ເຮັດໃຫ້ເກີດມີແຫຼ່ງທ່ອງທ່ຽວທຳມະຊາດທີ່ມີຄວາມເປັນເອກະລັກ ແລະ ສວຍງາມຫຼາຍແຫ່ງ ທີ່ພ້ອມຈະຕ້ອນຮັບນັ້ກທ່ອງທ່ຽວເຂົ້າໄປຢ້ຽມຢາມ.

  ຕາດໄພວັນ ຕັ້ງຢູ່ບ້ານໂພນເມືອງ ຫ່າງຈາກເທດສະບານເມືອງໄປຫາຕາດ 40 ກິໂລແມັດ ແຕ່ວ່າຫ່າງຈາກບ້ານໂພນເມືອງໄປປະມານ 7 ກິໂລແມັດ, ຕາມຕາມເສັ້ນທາງຊາຍແດນ ດ່ານເວວ (ຊາຍແດນລາວ-ຫວຽດນາມ) ເຊິ່ງເປັນດ່ານປະເພນີຂອງເມືອງໄຊຈຳພອນ. ຕາດດັ່ງກ່າວມີຄວາມສູງ 100 ກວ່າແມັດ, ມີຄວາມກວ້າງສຸດ 8-9 ແມັດ (ໃນລະດູຟົນ) ນໍ້າຕົກຕາດເປັນນໍ້າທີ່ໄຫຼມາຈາກສາຍຫວ້ຍນໍ້າຈໍ້າ ແລະ ສາຍນໍ້າທີ່ໄຫຼລົງຈາກຮອ່ມພູນັ້ນ ຜ່ານໂງ່ນຫີນທີ່ເກາະກ່າຍກັນເປັນຊັ້ນໆ ຈິ່ງເຮັດໃຫ້ນໍ້າຕົກຕາດໄພວັນ ເປັນນໍ້າຕົກຕາດທີ່ມີຫຼາຍຊັ້ນສະລັບລຽງລາຍກັນ, ສຽງຂອງນ້ຳທີ່ໄຫຼທີ່ຕົກລົງມາຈາກໜ້າຜາ ລົງສູ່ອ່າງນ້ຳທີ່ກວ້າງໃຫ່ຍຢູ່ດ້ານລຸ່ມ ເຮັດໃຫ້ເກີດເປັນລະອອງນ້ຳຟຸ້ງກະຈາຍໄປທົ່ວບໍລິເວັນອ້ອມຮອບ ແລະ ເມື່ອໄດ້ປະສານກັບແສງແດດທີ່ສາດສອ່ງລົງມາ ຈະເກີດແສງເຫຼື້ອມລະຍິບລະຍັບຄ້າຍຄືກັບສາຍຮຸ້ງທີ່ງົດງາມໜ້າສະອອນໃຈ.

   ຕາດໄພວັນ ເໝາະກັບການໄປປິກນິກກີນເຂົ້າປ່າ ແລະ ລົງຫຼີນນ້ຳທີ່ໃສເຢັນສະບາຍ ເພາະວ່າຕາດແຫ່ງນີ້ມີຈຸດຫຼີນນ້ຳທີ່ປອດໄພຫຼາຍບ່ອນ ພ້ອມກັນນີ້ທ່ານຍັງສາມາດຢ່າງຊົມທຳມະຊາດອ້ອມຮ້ອບ ທີ່ຖືກປົກຫຸ່ມດ້ວຍປ່າໄມ້ຕຶບໜາ ທີ່ເຕັມໄປດວ້ຍຕົ້ນໄມ້ໃຫຍ່ທີຂຽວສົດງົດງາມ ແລະ ຜືນປ່າທີ່ຍັງຄົງມີຄວາມອຸດົມສົມບູນຂອງຊີວະນາໆພັນ ປະກອບກັບຄວາມງາມຂອງດອກໄມ້ປ່າຫຼາຍຊະນິດທີ່ເກີດຂື້ນຕາມທຳມະຊາດ ໂດຍສະເພາະແມ່ນດອກເຜິ້ງຊະນິດຕ່າງໆທີ່ກຳລັງບານແຢ້ມຢູ່ເທີງໜ້າຜາ ມີຫຼາຍສີສະຫຼັບຊັບຊອນກັນ ກາຍສີສັນໃຫ້ຕາດແຫ່ງນີ້ຍີ່ງມີຄວາມງົດງາມຫຼາຍຂື້ນ. ນອກນັ້ນຖ້າທ່ານໄປທ່ຽວຕາດໄພວັນ ກໍ່ຍັງສາມາດໄປທ່ຽວຊົມຖ້ຳທີ່ເປັນແຫຼ່ງອາໄສຂອງສັດປ່າຫຼາຍຊະນິດ ທີ່ຢູ່ບໍ່ໄກຈາກຕາດໄດ້ເຊັ່ນດຽວກັນ.

About admin12