ຍົກລະດັບຄວາມເຂັ້ມແຂງ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ

ພິທີເປີດຊຸດຝຶກອົບຮົມການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 8 ທັນວາ 2020 ຢູ່ຫ້ອງປະຊຸມໂຮງແຮມໂຊກບຸນມາ ໂດຍການເປັນປະທານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ, ມີກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ,  ຜູ້ປະກອບການທຸລະກິດພາຍໃນແຂວງເຂົ້າຮ່ວມອົບຮົມ.

ເພື່ອສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການກຽມຄວາມພ້ອມໃຫ້ຜູ້ປະກອບກິດຈະການ ທີ່ສົນໃຈກູ້ຍືມເງິນ ບ້ວງເງິນ 200 ຕື້ກີບ ຂອງລັດຖະບານ ທີ່ສະໜອງໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍປ່ອຍກູ້ຜ່ານທະນາຄານ ແລະ ທັງເປັນການຜັນຂະຫຍາຍມາດຕາ 15 ຂອງດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ, ລົງວັນທີ 04 ກັນຍາ 2019 ກ່ຽວກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈະໄດ້ເງື່ອນໄຂພິຈາລະນາກູ້ຢືມທຶນດັ່ງກ່າວນັ້ນ, ຕ້ອງໄດ້ຜ່ານການຝຶກອົບຮົມ ຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ສໍາລັບການປ່ອຍກູ້ບ້ວງເງິນ 200 ຕື້ກີບ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ນີ້ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ຮ່ວມກັບ 04 ທະນາຄານຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານຊາຄອມແບງລາວ ແລະ ທະນາຄານມາລຸຮານເຈແປນລາວ ເພື່ອເຮັດໜ້າທີ່ປ່ອຍເງິນກູ້ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ 4 ຂະແໜງການບູລິມະສິດ ຊຶ່ງປະກອບດ້ວຍ: ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ຂະແໜງຫັດຖະກໍາ, ຂະແໜງກະສິກໍາປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທຽ່ວ ໃນອັດຕາດອກເບ້ຍ 3 % ຕໍ່ປີ, ໄລຍະເວລາກູ້ຢືມບໍ່ເກີນ 10 ປີສໍາລັບທຶນຄົງທີ່ ແລະ ບໍ່ເກີນ 5 ປີ ສໍາລັບທຶນໝູນວຽນ. ຊຸດອົບຮົມໃນຄັ້ງນີ້ ແມ່ນໄດ້ດຳເນີນມາແຕ່ວັນທີ 7 ທັນວາ ແລະ ຈະໄດ້ດຳເນີນໄປຈົນເຖິງວັນທີ 11 ທັນວາ 2020 ຈຶ່ງຈະສໍາເລັດ.

About admins16