ຍົກລະດັບການສ້າງຄວາມເຂັ້ມແຂງ ວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ ໃຫ້ບັນດາແຂວງພາກກາງ ແລະພາກໃຕ້

ພິທີເປີດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2022 ຢູ່ຫ້ອງປະຊຸມໂຮງແຮມສິນສະໄໝ ເມືອງສາລະວັນ ແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ສົມກຽດ ພະສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ມີທ່ານຫົວໜ້າກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ.

ເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານປະຊາສຳພັນທີ່ເປັນພື້ນຖານ ພ້ອມທັງນຳໃຊ້ລະບົບສື່ສານຂອງລັດໃຫ້ເປັນທັນສະໄໝ, ສ້າງຄວາມເຂັ້ມແຂງຮອບດ້ານໃນວຽກໂຄສະນາປະຊາສຳພັນ, ພັດທະນາການຄຸ້ມຄອງລະບົບເວັບໄຊ ແລະ ສ້າງໄດ້ຈຸດປະສານງານທີ່ມີການສື່ສານເຊິ່ງກັນ ແລະ ກັນ ທີ່ມີຄວາມຕໍ່ເນື່ອງ ແລະ ຍືນຍົງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກກັບທ້ອງຖິ່ນ. ຜູ້ເຂົ້າຮ່ວມຝຶກອົບຮົມ ຈະໄດ້ຮັບຟັງການນຳສະເໜີວຽກງານສາຍດ່ວນລັດຖະບານ ແລະ ບາງບົດຮຽນກ່ຽວກັບການຄຸ້ມຄອງສື່ສັງຄົມອອນລາຍ, ການໃຊ້ຄອມພິວເຕີພື້ນຖານ ( Microsoft office ) ແລະ ລະບົບການສື່ສານພາກລັດຖະບານ ( G-Chat, G-Share, G-Drive, VC, E-mail ), ການຄຸ້ມຄອງ ແລະ ນຳໃຊ້ລະບົບເຄື່ອຂ່າຍຄອມພິວເຕີ, ການບໍລິຫານ ແລະ ການຄຸ້ມຄອງລະບົບເວັບໄຊ ທີ່ສ້າງດ້ວຍ Joomla ແລະ ລະບົດ CPanel, ການຖ່າຍພາບ-ຖ່າຍວີດີໂອ ແລະ ການຕັດຕໍ່ພາບ, ການຂຽນຂ່າວການເຄື່ອນໄຫວຂອງການນຳ ແລະ ການຂຽນບົດຄວາມລົງວາລະສານ. ການຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນໄປຈົນເຖິງວັນທີ 5 ສິງຫາ 2022 ຈຶ່ງຈະສຳເລັດ.

About admins16