ບໍລິຄຳໄຊ ຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ກັບຄະນະຮັບຜິດຊອບກົນໄກຮ້ອງທຸກ ແລະ ໄກ່ເກ່ຍ

ໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ຢູ່ຫ້ອງປະຊຸມໂຮງແຮມດອກຈໍາປາ ໄດ້ຈັດພິທີຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ກັບຄະນະຮັບຜິດຊອບກົນໄກຮ້ອງທຸກ ແລະ ໄກ່ເກ່ຍຂັ້ນບ້ານ, ເມືອງ ແລະ ແຂວງ ຂອງໂຄງການສ້າງຄວາມທົນທານຂອງປະຊາກອນໃນຕົວເມືອງ ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ທ່າແຮງຂອງລະບົບນິເວດຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງທ່ານ ວອນວິໄລ ສົມບັດມູນວົງ ຮອງຫົວໜ້າຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ທັງເປັນຫົວໜ້າຄະນະປະສານງານຈັດຕັ້ງປະຕິບັດໂຄງການຂັ້ນແຂວງ, ມີຄະນະປະສານງານໂຄງການ, ຂະແໜງການກ່ຽວຂ້ອງ, ນາຍບ້ານ ຈາກ 9 ບ້ານເປົ້າໝາຍ ເຂົ້າຮ່ວມ.

ເພື່ອປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການຄຸ້ມຄອງ ແລະ ນຳໃຊ້ທ່າແຮງຂອງລະບົບນິເວດ ຢູ່ ສປປ ລາວ ໃຫ້ມີຂະບວນການທີ່ເຂົ້າເຖິງໄດ້, ວ່ອງໄວ, ເປັນທໍາ, ເໝາະສົມກັບວັດທະນະທໍາ, ມີປະສິດທິພາບ ແລະ ເປັນກົນໄກແກ້ໄຂຂໍ້ຄັດແຍ່ງທີ່ເໝາະສົມສໍາລັບຄົນທີ່ໄດ້ຮັບຜົນກະທົບຈາກກິດຈະກໍາຕ່າງໆຂອງໂຄງການ, ທາງກົງ ຫຼື ທາງອ້ອມ ແລະ ເພື່ອດໍາເນີນຂະບວນການຈິງຈັງທີ່ສ້າງຄວາມເຊື່ອໝັ້ນລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນວ່າບັນຫາຂອງພາກສ່ວນທີ່ກ່ຽວຂ້ອງໄດ້ຮັບການປະເມີນຢ່າງເປັນທໍາ ແລະ ໂປ່ງໃສ ໂດຍໄດ້ຮັບການສະໜັບສະໜຸນໂດຍກອງທຶນການປ່ຽນແປງດິນຟ້າອາກາດສາກົນ.

ຜູ້ເຂົ້າຮ່ວມ ຈະໄດ້ຮັບຮູ້ຈຸດປະສົງຫຼັກຂອງໂຄງການ ເຊິ່ງມີ 2 ອົງປະກອບໃຫຍ່ ຄື: ການສ້າງຄວາມສາມາດທາງດ້ານເຕັກນິກວິຊາການໃຫ້ພາກລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອວາງແຜນ, ອອກແບບ, ຈັດຕັ້ງປະຕິບັດ ແລະ ປົກປັກຮັກສາລະບົບນິເວດໃນຕົວເມືອງ ເພື່ອຫຼຸດຜ່ອນນໍ້າຖ້ວມທີ່ເກີດຈາກການປ່ຽນແປງດິນຟ້າອາກາດ, ການສ້າງຄວາມເຂັ້ມແຂງ, ປູກຈິດສໍານຶກ ວຽກງານຫຼຸດຜ່ອນຄວາມສ່ຽງ ແລະ ການປັບຕົວເຂົົ້າກັບການປ່ຽນແປງດິນຟ້າອາກາດ ລວມທັງ ບົດບາດຍິງ – ຊາຍ ໃຫ້ພາກລັດ – ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສ້າງ ແລະ ພັດທະນາຄູ່ມື ບົດແນະນໍາ ເພື່ອເຊືື່ອມສານວຽກງານຫຼຸດຜ່ອນຄວາມສ່ຽງ, ການປັບຕົວໂດຍອີງໃສ່ທ່າແຮງຂອງລະບົບນິເວດ ແບບປະສົມປະສານ ເຂົ້າໃນຍຸດທະສາດ ແລະ ແຜນງານຂອງ 4 ແຂວງ, ເມືອງເປົ້າໝາຍໂຄງການ ແລະ ຂະແໜງການກ່ຽວຂ້ອງ ລວມທັງສ້າງກົນໄກການປະສານງານໃຫ້ມີປະສິດທິພາບ.

ການປົກປັກຮັກສາ ແລະ ຟື້ນຟູລະບົບນິເວດ ແລະ ແມ່ນໍ້າ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ, ການຈັດການດິນບໍລິເວນນ້ຳໜອງປືງ, ແຜນສຳຫຼວດຂອບເຂດອ່າງ, ຂອບເຂດນ້ຳ, ການປັກຫຼັກໝາຍ, ອານາໄມສິ່ງເສດເຫຼືອ ແລະ ຕະກອນ, ອະນາໄມຫ້ວຍໜອງທຳມະຊາດ ແລະ ແຜນຄັດເລືອກພື້ນ ເພື່ອທົດລອງຕິດຕັ້ງວັດສະດຸນ້ຳຊືມຜ່ານໃນເຂດສາທາລະນະ ເພື່ອປະກອບສ່ວນຫຼຸດຜ່ອນນ້ຳຖ້ວມເມືອງປາກຊັນ.

About admins16