ຍົກລະດັບການວາງແຜນພັດທະນາ ໂຄງການລົງທຶນຂອງລັດ ໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 4 ແຂວງພາກກາງ

ກອງປະຊຸມສຳມະນາ ການວາງແຜນພັດທະນາ ແລະ ການຂຽນບົດສະເໜີໂຄງການລົງທຶນຂອງລັດ ໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ພະຈິກ 2022 ຢູ່ຫ້ອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ແລະ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ, ມີຄະນະຈາກສູນກາງ, ຄະນະພະແນກ ຖວທ 4 ແຂວງ ຄື: ແຂວງວຽງຈັນ, ຄຳມ່ວນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມ.

ກອງປະຊຸມ ໄດ້ເຜີຍແຜ່ແຜນພັດທະນາວຽກງານ ຖວທ 5 ປີ ( 2021 – 2025 ) ບັນດາຈຸດຫມາຍລວມ, ຄາດຫມາຍຕົ້ນຕໍ, ເປົ້າໝາຍ, ວຽກງານຈຸດສຸມ, ແນະນຳການຂຶ້ນແຜນບັນດາໂຄງການລົງທຶນຂອງລັດ, ພ້ອມນີ້ ສຳມະນາກອນ ຍັງຈະໄດ້ຮຽນຮູ້ຫຼັກການຂອງການຂຽນໂຄງການລົງທຶນຂອງລັດ ເຊິ່ງປະກອບດ້ວຍ 5 ຂັ້ນຕອນຫຼັກ ຄື: ເປົ້າໝາຍລວມໂຄງການ, ຈຸດປະສົງ, ໝາກຜົນ ( ໜ້າວຽກໃຫຍ່ຂອງໂຄງການ ), ບັນດາກິດຈະກຳ ແລະ ບັນດາປັດໄຈນຳໃຊ້ເຂົ້າໃນໂຄງການ, ນອກນັ້ນ ຍັງຕ້ອງໄດ້ປະເມີນຕາມ 5 ມາດຕະຖານຂອງການປະເມີນ ຄື: ຄວາມຍືນຍົງ, ຜົນກະທົບ, ປະສິດທິພາບ, ປະສິດທິຜົນ ແລະ ຄວາມສອດຄ່ອງ.

ຊຸດສຳມະນານີ້ ເພື່ອພັດທະນາການຄຸ້ມຄອງບໍລິຫານ, ປັບປຸງການຈັດຕັ້ງໃຫ້ກະທັດຮັດ ແລະ ທັນສະໄໝ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເປີດກວ້າງການຮ່ວມມືກັບສາກົນ, ສຶກສາຄົ້ນຄວ້າ ລະດົມທຶນ ນຳໃຊ້ງົບປະມານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຖວທ ຢ່າງເປັນລະບົບຕໍ່ເນື່ອງ, ພັດທະນາສື່ມວນຊົນລາວໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ວ່ອງໄວ – ທັນເຫດການ, ເປັນກະບອກສຽງອັນແຫຼມຄົມຂອງພັກ – ລັດ, ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງເທື່ອລະກ້າວ.

About admins16