ຍທຂ ເຜີຍແຜ່ວຽກງານຄວາມປອດໄພ ບົນທ້ອງຖະໜົນ ຢູ່ ມໍຕົ້ນ ໂພສີ

ຕອນບ່າຍ ວັນທີ 13 ຕຸລາ 2020 ຢູ່ສະໂມສອນ ມໍຕົ້ນ ໂພສີ ເມືອງປາກຊັນ ແຂວງບໍລິຄຳໄຊ ທິມງານໂຄສະນາລະບຽບການສັນຈອນທາງບົກ ໄດ້ຈັດການເຜີຍແຜ່ລະບຽບຈະລາຈອນ ໃຫ້ນ້ອງໆນັກຮຽນ ມໍ 3 – 4 ໂດຍການນຳທິມຂອງທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ.

ຈຸດປະສົງ ກໍ່ເພື່ອເຜີຍແຜ່ໂຄສະນາປູກຈິດສໍານຶກກ່ຽວກັບການສັນຈອນທາງຫຼວງ ໃຫ້ຄູອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈ ພ້ອມນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ, ແນ່ໃສ່ຫຼຸດຜ່ອນການເກີດອຸບັດຕິເຫດຢູ່ຕາມຖະໜົນ ຢູ່ພາຍໃນແຂວງບໍລິຄໍາໄຊ ໃຫ້ຫຼຸດລົງຢ່າງຈະແຈ້ງ.

ຜູ້ເຂົ້າຮ່ວມ ໄດ້ເຊື່ອມຊືມເອກະສານ ຄວາມຮູ້ພື້ນຖານກ່ຽວກັບການນໍາໃຊ້ລົດໃຊ້ຖະໜົນ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖນາເດີນຕາມ, ດໍາລັດ ເລກທີ 188/ນຍ ວ່າດ້ວຍການຈະລາຈອນທາງບົກ, ການປົກປັກຮັກສາທາງຫຼວງ ແລະ ການປັບໄໝຕໍ່ຜູ້ລ່ວງລະເມີດກົດລະບຽບຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສໍາລັບຜູ້ຂັບຂີ່.

ຈາກນັ້ນ ໄດ້ສາຍພາບວິດີໂອຈາກການບັນທຶກພາບເຫດການການເກີດອຸບັດຕິເຫດທີ່ເກີດຂື້ນຕາມເສັ້ນທາງຕ່າງໆ, ຍົກໃຫ້ເຫັນສາເຫດຕົ້ນຕໍທີ່ພາໃຫ້ເກີດອຸບັດຕິເຫດ, ຜົນເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ. ນອກນັ້ນ ຍັງໄດ້ຍົກໃຫ້ເຫັນສະພາບປະກົດການຫຍໍ້ຕ່າງໆທີ່ເປັນໄພອັນຕະລາຍຕໍ່ຊາວໜຸ່ມ-ໄວໜຸ່ມໃນປະຈຸບັນ ເປັນຕົ້ນແມ່ນການຫຼິ້ນກິນຟູມເຟືອຍ, ການມົ້ວສຸມເສບຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ ໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍດັ່ງກ່າວ ພ້ອມທັງເນັ້ນໜັກໃຫ້ນ້ອງນັກຮຽນທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ ໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອປ້ອງກັນຕົນເອງໃຫ້ມີຄວາມປອດໄພຈາກການເກີດອຸບັດຕິເຫດ ແລະ ຍົກສູງສະຕິຕ້ານການຫຼິ້ນກິນຟູມເຟືອຍ, ບໍ່ຫຍຸ້ງກ່ຽວພົວພັນກັບສິ່ງເສບຕິດທຸກຊະນິດ, ເອົາໃຈໃສ່ຄົ້ນຄ້ວາ, ຮໍ່າຮຽນ, ຝຶກຝົນຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ, ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງຊາດ.

ໃນໂອກາດດຽວກັນ ຍັງໄດ້ຈັດກິດຈະກໍາ ຖາມ-ຕອບ ຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນ, ການປະຕິບັດກົດລະບຽບຈະລາຈອນ ແລະ ມາລະຍາດໃນການຂີ່ລົດ, ພ້ອມທັງມອບຂອງຂັວນລາງວັນປະເພດໝວກກັນກະທົບ ໃຫ້ແກ່ນ້ອງນັກຮຽນຜູ້ທີ່ມີຄວາມສາມາດກ້າສະແດງອອກ ແລະ ຕອບຄໍາຖາມຖືກຕ້ອງ.

About admins16