ຊູດຝຶກອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຊຸດທີ 3 ສ້າງຂະບວນການແຂ່ງຂັນກິລາບານເຕະ

ໃນຕອນແລງຂອງວັນທີ 5 ພຶດສະພາ 2022 ຢູ່ເດີ່ນເຕະບານໂຮງຮຽນສີທ່ານາໄຊ ຊຸດຝຶກອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຊຸດທີ 3 ໄດ້ຈັດການແຂ່ງຂັນກິລາບານເຕະຮ່ວມກັນຂຶ້ນ ໂດຍແຍກເປັນ 2 ທີມ ຄືທີມການນຳແຂວງ ນຳໂດຍທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງ ແລະ ທີມການນຳເມືອງ ນຳໂດຍທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ.

ພໍເລີ່ມເກມ ກໍ່ເປັນທີມການນຳແຂວງ ເປີດເກມບຸກໃສ່ຢ່າງເຕັມທີ່ ແລະ ກໍ່ເປັນຜູ້ນຳປະຕູຂຶ້ນກ່ອນ, ຖັດມາພຽງແຕ່ 2 ນາທີ ການນຳແຂວງ ມາໄດ້ປະຕູອີກ ເປັນ 2 ປະຕູຕໍ່ 0, ຈາກນັ້ນ ທີມການນຳເມືອງ ກໍ່ເປີດເກມບຸກໃສ່ຄືນ ຈົນມາໄດ້ປະຕູຕີໄຂ່ແຕກ ຈາກການຍິງໄກຂອງກອງໜ້າ ເຂົ້າໄປສາມລ່ຽມຢ່າງສວຍງາມ ແລະ ໃກ້ຈະໝົດເຄິ່ງເວລາທຳອິດ ທີມການນຳເມືອງຍັງເປີດເກມບຸກໃສ່ຢ່າງຕໍ່ເນື່ອງ ແລ້ວກໍ່ສາມາດໄລ່ມາເປັນ 2 ປະຕູຕໍ່ 2 ດ້ວຍການຮັບບານພາດ ເຮັດໃຫ້ບານລອດກ້ອງຂາຂອງຜູ້ຮັກສາປະຕູ ເຂົ້າໄປແບບສວຍງາມ.

ເຄິ່ງເວລາທີ 2 ທັງສອງທີມກໍ່ແລກເກມບຸກໃສ່ກັນໄດ້ຢ່າງຕໍ່ເນື່ອງ ແລະ ບັນຍາກາດກໍ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຈາກຜູ້ຊົມຜູ້ເຊຍຂ້າງສະໜາມ ຈົນໝົດເວລາ ທັງສອງທີມ ບໍ່ສາມາດຍິງປະຕູໄດ້ຕື່ມ ເຮັດໃຫ້ຈົບແບບສະກໍມິດຕະພາບ 2 ປະຕູຕໍ່ 2.

ຈາກການໃຫ້ສຳພາດຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຊຸດທີ 3 ນີ້ ແມ່ນໄດ້ເລີ່ມມາແຕ່ວັນທີ 20 ເມສາ 2022, ມື້ນີ້ຈຶ່ງໄດ້ມີການຈັດການແຂ່ງຂັນກິລາໃຫ້ຕິດພັນກັບການຮຽນການສອນ ແລະ ທັງເປັນການຮັກສາສຸຂະພາບ ເຊິ່ງການແຂ່ງຂັນນີ້ ແມ່ນໄດ້ແບ່ງອອກເປັນສອງທີມ ຄືທີມຈາກບັນດາພະແນກການ, ອົງການຈັດຕັ້ງຂັ້ນແຂວງ ແລະ ທີມຈາກອົງການປົກຄອງຈາກບັນດາເມືອງພາຍໃນແຂວງ.

About admins16