ຊາວໝຸ່ມເມືອງ ວຽງທອງ ແລະ ນັກທຸລະກິດໝຸ່ມ ສ້ອມແປງເຮືອນໃຫ້ຄອບຄົວອານາຖາ

 

  ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍ່ຄືວັນຊາດທີ 2 ທັນວາ ຄົບຮອບ 46 ປີ ( 2 ທັນວາ 1975 – 2 ທັນວາ 2021 ) ແລະ ເພື່ອແບ່ງເບົາທາງດ້ານທີ່ຢູ່ອາໃສ ໃຫ້ແກ່ຄອບຄົວອານາຖາ ຢູ່ພາຍໃນເມືອງວຽງທອງ ກໍ່ຄືຄອບຄົວຂອງ ແມ່ຕູ້ເຄນ ບ້ານ ຈອມທອງ, ຄຸ້ມ ທາດພູວຽງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ເຊີ່ງເປັນຄອບຄົວໜື່ງທີ່ຂາດທາງດ້ານແຮງງານ, ທີ່ຢູ່ອາໃສບໍ່ຖາວອນ.

      ເພື່ອປັບປຸງເຮືອນໃຫ້ມີຄວາມແໜ້ນໜາຖາວອນ, ໃນວັນທີ 29 ພະຈິກ 2021 ຊາວໝຸ່ມອາສາທົ່ວເມືອງ, ນັກທຸລະກິດໝຸ່ມເມືອງ ແລະ ຊາວໝຸ່ມບ້ານ ຈອມທອງ ໄດ້ລະດົມກັນສ້ອມແປງເຮືອນຄືນໃໝ່ໃຫ້ຄອບຄົວດັ່ງກ່າວ ໂດຍພາຍໃຕ້ການຊີ້ນໍາ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ.

    ໃນການສ້ອມແປງເຮືອນໃນຄັ້ງນີ້ ໄດ້ພ້ອມກັນປູພື້ນ, ແອ້ມຝາ ແລະ ດືງໄຟຟ້າເຂົ້າໃໝ່ພ້ອມທັງຕິດຕັ້ງລະບົບໄຟຟ້າຄົບຊຸດ, ພ້ອມດຽວກັນນີ້ກໍ່ໄດ້ດືງໄຟຟ້າເຂົ້າໃໝ່ໃຫ້ຄອບຄົວອານາຖາເພີ່ມອີກ 1 ຫຼັງ.

  ໃນການສ້ອມແປງເຮືອນໃນຄັ້ງນີ້ ໄດ້ລະດົມການປະກອບສ່ວນນໍາບັນດານັກທຸລະກິດໜຸ່ມ, ບໍລິສັດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ການຊ່ວຍເຫຼືອຈາກເມືອງ ເປັນຕົ້ນແມ່ນ: ວັດຖຸ, ອຸປະກອນ ແລະ ເຄື່ອງໃຊ້ຄົວເຮືອນ ພ້ອມເງີນສົດຈຳນວນໜື່ງ ລວມມູນຄ່າທັງໝົດ 19.500.000 ກີບ.

     ພາຍຫຼັງສຳເລັດການປັບປຸງສ້ອມແປງແລ້ວ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອ ແລະ ເຮືອນໃຫ້ຄອບຄົວເປັນຜູ້ຢູ່ອາໃສຕໍ່ໄປ.

About admin11