ຊາວໝຸ່ມເມືອງວຽງທອງ ປຸກເຮືອນຫຼັງໃໝ່ໃຫ້ຄອບຄົວອານາຖາ

      ໃນວັນທີ 9 ກຸມພາ 2022 ຊາວໝຸ່ມອາສາ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ, ນັກ ທຸລະກິດໝຸ່ມເມືອງ ຮ່ວມກັບຊາວໝຸ່ມບ້ານ ນາຕັນ ໄດ້ຮ່ວມແຮງກັນປຸກເຮືອນຫຼັງໃໝ່ ໃຫ້ຄອບ ຄົວອານາຖາບ້ານ ນາຕັນ ເຊີ່ງຄອບຄົວດັ່ງກ່າວແມ່ນຢູ່ຮ່ວມກັນ 3 ຄົນ ອ້າຍນ້ອງ ເຊີ່ງຄອບຄົວດັ່ງ ກ່າວ ແມ່ນ ພໍ່ ແລະ ແມ່ ໄດ້ເສຍຊິດວິດ, 3 ອ້າຍນ້ອງ ຕ້ອງໄດ້ດີ້ນລົນທໍາມາຫາກີນສູ້ຊິວິດມາຫຼາຍປີ, ແຕ່ກໍ່ຍັງຂາດເຂີີນທາງດ້ານທີ່ຢູ່ອາໃສຖາວອນ.

ສະນັ້ນ, ຊາວໝຸ່ມອາສາເມືອງ, ນັກທຸລະກິດໝຸ່ມເມືອງ ຮ່ວມກັບຊາວໝຸ່ມບ້ານ ໄດ້ຮ່ວມແຮງກັນປຸກເຮືອນຫຼັງໃໝ່ໃຫ້ ໂດຍພາຍໃຕ້ການຊີ້ນໍາ ນຳພາຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ, ພ້ອມດ້ວຍຄະນະນໍາຂອງເມືອງ.

ໃນການປຸກເຮືອນໃນຄັ້ງນີ້ ໄດ້ພ້ອມກັນປັບສະຖານທີ, ປຸກເຮືອນຫຼັງໃໝ່ຂະໜາດ 4 x 8 ແມັດ ດືງໄຟຟ້າເຂົ້າໃໝ່, ທຶນທີ່ນໍາໄຊ້ເຂົ້າໃນການປຸກສ້າງເຮືອນ ແມ່ນການປະກອບສ່ວນຂອງບັນດານັກທຸລະກິດໜຸ່ມ, ບໍລິສັດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ ແລະ ການຊ່ວຍເຫຼືອຈາກການນໍາຂອງເມືອງ, ບັນດາຫ້ອງການ ເປັນຕົ້ນແມ່ນ: ວັດຖຸ, ອຸປະກອນ ແລະ ເຄື່ອງໃຊ້ຄົວເຮືອນພ້ອມເງີນສົດຈຳນວນໜື່ງ ລວມມູນຄ່າທັງໝົດ 38.290.000 ກີບ.

ພາຍຫຼັງປຸກສໍາເລັດແລ້ວ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອ ແລະ ເຮືອນໃຫ້ຄອບຄົວ ເປັນຜູ້ຢູ່ອາໃສຕໍ່ໄປ.

 

About admin11