ຊາວໜຸ່ມ – ແມ່ຍິງ ປກສ ແຂວງບໍລິຄຳໄຊ ເປີດຂະບວນການບໍລິຈາກ ເລືອດຊ່ວຍເຫຼືອສັງຄົມ

ວັນ​ທີ 10 ກຸມ​ພາ 2022 ອົງການຈັດຕັ້ງມະຫາຊົນຊາວໜຸ່ມ – ແມ່ຍິງ ປກສ ແຂວງບໍລິຄຳໄຊ ໄດ້​ຈັດ​ພິ​ທີເປີດຂະບວນການ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ພາຍໃຕ້ຄຳຂັວນຂອງຊາວໜຸ່ມທີ່ວ່າ: “ຍາມເມື່ອຊາດຮຽກຮ້ອງຕ້ອງການ ຊາວໜຸ່ມຂານອາສາ”, ໂດຍໃຫ້​ກຽດ​ເຂົ້າ​ຮ່ວມ​ທ່ານ ພັ​ທ ອວດ ວົງ​ໄຊ ຄະ​ນະ​ບໍ​ລິ​ຫານ​ງານ​ພັກ, ຫົວ​ໜ້າ​ຫ້ອງ​ການ​ເມືອງ ປກ​ສ ແຂວງ, ມີ​ ຄະນະຈາກ​ອົງ​ການ​ກາ​ແດງ​ແຂວງ​, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ກອງບັນຊາການ ປກສ ແຂວງ, ເລຂາຊາວໜຸ່ມ ປກສ ແຂວງ ພ້ອມ​ດ້ວຍ​ສະ​ມາ​ຊິກ​ຊາວ​ໜຸ່ມ – ​ແມ່​ຍິງ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ​ເຂົ້າ​ຮ່ວມ.

            ສະ​ຫາຍ ພັ​ທ ກອງ​ລະ​ສັກ​ ສີ​ສຸກ​ລາດ ເລຂາຊາວໜຸ່ມ ປກສ ແຂວງ ໃນນາມປະ​ທານ​ພິ​ທີ​ ໄດ້​ກ່າວ​ວ່າ: ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ ເປັນຕົ້ນກໍ່ແມ່ນວັນສ້າງຕັ້ງກອງ​ທັບ​ປະ​ຊາ​ຊົນ​ລາວ​ ຄົບ​ຮອບ 73 ປີ, ວັນສ້າງຕັ້ງກໍາມະບານ​ລາວຄົບຮອບ 66 ປີ, ວັນ​ແມ່​ຍິງ​ສາ​ກົນ ທີ 8 ມີ​ນາ​ ທີ່​ຈະ​ມາ​ເຖິງ  ໃຫ້ມີບັນຍາກາດຟົດຟື້ນ, ກ້ວາງຂວາງ ແລະ ມີຄວາມໝາຍ, ຄວາມສໍາຄັນຢ່າງເລິກເຊິ່ງ.

ການບໍລິຈາກເລືອກໃນຄັ້ງນີ້ ກໍ່ເພື່ອແນ່ໃສ່ສະໜອງເລືອດໃຫ້ ບັນດາໂຮງໝໍແຫ່ງຕ່າງໆ  ທັງຢູ່ສູນກາງກໍ່ຄືທ້ອງຖິ່ນ ໃຫ້ມີເລືອດໄວ້ຕອບສະໜອງຕາມຄວາມຕ້ອງການຂອງຄົນເຈັບ, ປັດຈຸບັນ ເຫັນວ່າຢູ່ໂຮງໝໍຫຼາຍແຫ່ງ ເລືອດແມ່ນມີຄວາມຂາດແຄນຫລາຍ, ເລືອດ ແມ່ນມີຄວາມສຳຄັນ ແລະ ຈໍາເປັນທີ່ສຸດ ເພື່ອໄປຊ່ວຍກອບກູ້ເອົາຊີວິດ ຜູ້ທີ່ພວມເຈັບປ່ວຍ, ໂດຍສະເພາະແມ່ນຜູ້ທີ່ຕ້ອງການເລືອດ.

ພ້ອມທັງສະແດງໃຫ້ເຫັນເຖິງນ້ຳໃຈເສຍສະຫຼະ ແລະ ນ້ຳໃຈສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຍາມປະເທດຊາດ, ປະຊາຊົນ ກໍ່ຄືສັງຄົມ ພວມພົບຄວາມຫຍຸ້ງຍາກບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ  ຊາວໜຸ່ມປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ພວກ​ເຮົາແມ່ນກຽມພ້ອມປະຈັນບານ ໃນທຸກ​ໜ້າ​ທີ່ວຽກງານຂອງຊາວໜຸ່ມ ດ້ວຍຈິດໃຈຟົດຟື້ນປະຕິວັດ.

ການບໍລິຈາກເລືອດໃນຄັ້ງນີ້ໄດ້ມີຜູ້ບໍລິຈາກເລືອດ 11 ຄົນ ຍິງ 1 ຄົນ ໄດ້ເລືອດທັງໝົດຈໍານວນ 11 ຖົງ.

 

 

About admin11