ຊາວໜຸ່ມ ປກສ ແຂວງ ອະນາໄມ ສະຖານທີີ່ສູນກັກກັນພະຍາດ ໂຄວິດ-19 ຂອງແຂວງ

ຕອນເຊົ້າວັນທີ 6 ຕຸລາ 2021 ຢູ່ເດີ່ນກິລາເປຕັງຂອງແຂວງ, ຊາວໜຸ່ມ ປກສ ແຂວງບໍລິຄໍາໄຊ ຮ່ວມກັບຄະນະຊາວໜຸ່ມແຂວງ ອອກແຮງງານອານາໄມ ສະຖານທີ່ສູນກັກກັນພະຍາດ ໂຄວິດ-19 ຈາກແຮງງານນຳເຂົ້າຂອງແຂວງເພື່ອກັບຄືນຖິ່ນຖານ, ເຊິ່ງນໍາພາໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະບໍລິຫານງານພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມ.

ການອອກແຮງງານຄັ້ງນີ້ແມ່ນໄດ້ອານາໄມປັດກວາດ, ເກັບສິ່ງເສດເຫຼືອ, ຕາມຂອບເຂດອ້ອມຂ້າງເດີ່ນກິລາເປຕັງ, ຈັດສະຖານທີ່ ສັບຊ້ອນຕຽງໃຫ້ເປັນລະບຽບຮຽບຮ້ອຍສະອາດຈົບງາມ, ເພື່ອຮອງຮັບແຮງງານລາວກັບຄືນປະເທດ ກໍ່ຄືແຂວງບໍລິຄຳໄຊ ທີ່ຈະໄດ້ກັກຕົວໃຫ້ຄົບກຳນົດເວລາຕາມທາງຄະນະສະເພາະກິດຂອງແຂວງວາງອອກ ພ້ອມທັງກວດຫາເຊື້ອພະຍາດໂຄວິດ-19 ຖ້າຫາກເຫັນວ່າມີຄວາມປອດໄພ ແລ້ວຈິ່ງອານຸຍາດໃຫ້ກັບຄືນຖິ່ນຖານບ້ານຢູ່ ເຊິ່ງສະຖານທີ່ດັ່ງກ່າວມີທັງໝົດ 20 ຫ້ອງ ໃນນັ້ນ ຫ້ອງທີ່ບັນຈຸ 4 ຕຽງ ມີ 11 ຫ້ອງ ແລະ ຫ້ອງທີ່ບັນຈຸ 8 ຕຽງ ມີ 9 ຫ້ອງ ສາມາດຮອງຮັບໄດ້ 100 ກວ່າຄົນ.

About admins16