ຊາວໜຸ່ມໜ່ວຍຮາກຖານຄະນະຈັດຕັ້ງ ແລະ ກວດກາພັກແຂວງ ໄດ້ຮັບຢັ້ງຢືນເປັນຊາວໜຸ່ມ 4 ບຸກ

ໃນຕອນເຊົ້າຂອງວັນທີ 26 ກໍລະກົດ ປີ 2022 ຢູ່ຫ້ອງປະຊຸມພະແນກພາຍໃນ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກຂຶ້ນ ເປັນປະທານໂດຍ ສະຫາຍ ສາຍສິນ ມະນີວົງ ເລຂາຄະນະຊາວໜຸ່ມໜ່ວຍຮາກຖານຄະນະຈັດຕັ້ງແຂວງ, ເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ແຕງທອງ ພັນປະດິດ ຄະນະໜ່ວຍພັກຮາກຖານຄະນະຈັດຕັ້ງແຂວງ ມີສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໜ່ວຍຮາກຖານຄະນະຈັດຕັ້ງແຂວງ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສະແດງອອກ ຄື: ບຸກດ້ານແນວຄິດ ຕີລາຄາໄດ້ 90%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 91%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 91%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ຕີລາຄາໄດ້ 90%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານດັ່ງກ່າວ ໃຫ້ກຽດມອບໂດຍສະຫາຍ ທອງມະນີ ໂຄດປັນຍາ ແລະ ຮັບໂດຍສະຫາຍ ສາຍສິນ ມະນີວົງ.

ໃນຕອນບ່າຍຂອງວັນດຽວກັນ ຢູ່ຫ້ອງປະຊຸມພະແນກພາຍໃນແຂວງ ໄດ້ຈັດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມໜ່ວຍຮາກຖານ ຄະນະກວດກາພັກ, ເປັນປະທານໂດຍສະຫາຍ ສົມພຽນ ຊອນພາ ເລຂາຄະນະຊາວໜຸ່ມໜ່ວຍຮາກຖານ ຄະນະກວດກາພັກແຂວງ, ເຂົ້າຮ່ວມໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ແສງເດືອນ ບໍລິຈັກ ເລຂາໜ່ວຍພັກຄະນະກວດກາພັກແຂວງ ມີສະມາຊິກຊາວໜຸ່ມ ແລະ ມີແຂກຖືກເຊີນ ເຂົ້າຮ່ວມ.

ຜ່ານການຈັດຕັ້ງປະຕິບັດຄະນະຊາວໜຸ່ມໜ່ວຍຮາກຖານຄະນະກວດກາພັກແຂວງ ສາມາຍາດໄດ້ບຸກດ້ານແນວຄິດ 98%, , ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 98%,ບຸກດ້ານການຈັດຕັ້ງ 98% ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ 98%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຕົກລົງມອບໃບຢັ້ງຢືນ ແລະ ທຸງໄຊໜຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານດັ່ງກ່າວ ໃຫ້ກຽດມອບໂດຍ ສະຫາຍ ທະນູວັນ ວົງມະນີ ແລະ ຮັບໂດຍ ສະຫາຍ ສົມພຽນ ຊອນພາ.

About admins14