ຊາວໜຸ່ມໂຮງໝໍແຂວງ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ

ໃນວັນທີ 13 ທັນວາ 2022 ຢູ່ຫ້ອງປະຊຸມ ໂຮງໝໍແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ລັດຕະນະ ພຣະສະຫວັດ ຄະນະປະຈໍາຊາວໜຸ່ມແຂວງ, ເລຂາຊາວໜຸ່ມຮາກຖານໂຮງໝໍແຂວງ, ເປັນກຽດເຂົ້າຮ່ວມພິທີໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ດຣ ສົມພູ ຫຼວງລາດ ເລຂາໜ່ວຍພັກປິ່ນປົວໂຮງໝໍແຂວງ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ແລະ ທິດທາງແຜນການປີ 2021 ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມແຂວງ ປັດຈຸບັນ ຊາວໜຸ່ມຮາກຖານໂຮງໝໍແຂວງ ມີສະມາຊິກຊາວໜຸ່ມທັງໜົດ 167 ສະຫາຍ, ຍິງ 118 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 89%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 89%, ດ້ານການຈັດຕັ້ງຕີລາຄາໄດ້ 89% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 89%.

ໂອກາດຽວກັນນີ້ ສະຫາຍ ທອງມະນີ ໂຄດປັນຍາ ໄດ້ເປັນກຽດມອບໃບຢັ້ງຢືນ ແລະ ທຸງໄຊນໍາໜ້າ 4 ບຸກ ໃຫ້ຊາວໜຸ່ມຮາກຖານໂຮງໝໍແຂວງ ແລະ ມີຄໍາເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14