ຊາວໜຸ່ມແຂວງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນວັນທີ 29 ກໍລະກົດ 2022 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມ ແຂວງ ບໍລິຄຳໄຊ ໄດ້ຈັດດພິທີມອບ – ຮັບໃບຢັ້ງຢືນ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກຂຶ້ນ, ເປັນປະທານໂດຍ ສະຫາຍ ອາລັນ ໄຊຍະສານ ເລຂາຄະນະຊາວໜຸ່ມໜ່ວຍຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019 – 2021 ແລະ ທິດທາງແຜນການປີ 2022, ຜ່ານການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສະແດງໃຫ້ເຫັນແຕ່ລະດ້ານ ດັ່ງນີ້: ບຸກດ້ານແນວຄິດ ຕີລາຄາໄດ້ 95,5%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ຕີລາຄາໄດ້ 92,5%, ບຸກດ້ານການຈັດຕັ້ງ ຕີລາຄາໄດ້ 91,5%, ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ຕີລາຄາໄດ້ 90,5% ແລະ ຍັງໄດ້ວາງແຜນການຄາດໝາຍສູ້ຊົນໃນປີຕໍ່ໜ້າ ຄື: ບຸກດ້ານແນວຄິດ ໃຫ້ໄດ້ 96%, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃຫ້ໄດ້ 93%, ບຸກດ້ານການຈັດຕັ້ງ ໃຫ້ໄດ້ 92%, ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທຳ ໃຫ້ໄດ້ 90,5%.

ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຕົກມອບໃບຢັ້ງ ຢືນ 4 ບຸກ ແລະ ທຸງໄຊນໍາໜ້າ ໃຫ້ແກ່ຊາວໜຸ່ມໜ່ວຍຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ກຽດມອບໂດຍສະຫາຍ ທອງມະນີ ໂຄດປັນຍາ ແລະ ຮັບໂດຍ ສະຫາຍ ອາລັນ ໄຊຍະສານ.

About admins14