ຊາວໜຸ່ມແຂວງ ເຜີຍແຜ່, ເຊື່ອມຊຶມ, ປາຖະກະຖາ ບັນດາເອກກະສານສຳຄັນ

ໃນວັນທີ 25 ກໍລະກົດ 2022 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ປາຖະກະຖາ ບັນດາເອກະສານສຳຄັນຕ່າງໆ ຂອງຂັ້ນເທິງຂຶ້ນ ເປັນປະທານໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ, ມີຄະນະຊາວໜຸ່ມ ແລະ ພະນັກງານພາຍໃນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່, ເຊື່ອມຊຶມຂໍ້ຕົກລົງຂອງອົງການກວດກາແຫ່ງລັດ ສະບັບເລກທີ 29/ອກ ຫລ, ລົງວັນທີ 24 ກຸມພາ 2022 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນກ່ຽວກັບທີ່ຕັ້ງ, ພາລະບົດບາດ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ພ້ອມທັງໄດ້ເນັ້ນໜັກໃຫ້ສະມາຊິກພັກ – ພະນັກງານ ພາຍໃນຄະນະບໍລິຫານງານງານຊາວໜຸ່ມແຂວງ ຈົ່ງເອົາໃຈໃສ່ເພີ່ມທະວີໃນການຕ້ານ ແລະ ສະກັດກັ້ນ ກ່ຽວກັບການສໍ້ລາດບັງຫຼວງ.

ຮັບຟັງການເຜີຍແຜ່ຄວາມໝາຍ ຄວາມສຳຄັນປີສາມັກຄີມິດຕະພາບ ລາວ – ຫວຽດນາມ ວັນສົນທິສັນຍາ ມິດຕະພາບຮ່ວມມື ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ການສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022), ສະຫາຍ ໄດ້ເວົ້າເຖິງປະຫວັດຄວາມເປັນມາຂອງວັນສ້າງຕັ້ງປີສາມັກຄີມິດຕະພາບ ລາວ – ຫວຽດນາມ, ວັນສົນທິສັນຍາ ມິດຕະພາບຮ່ວມມື ແລະ ການສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ພ້ອມທັງໄດ້ຍົກໃຫ້ເຫັນບົດບາດການພົວພັນຮ່ວມມືອັນແໜ້ນແຟ້ນຂອງຄະນະບໍລິຫານງານຊາວໜຸ່ມແຂວງ ບໍລິຄໍາໄຊ ກັບ ຄະນະຊາວໜຸ່ມ ສ.ສ ຫວຽດນາມ ໂດຍສະເພາະຊາວໜຸ່ມແຮກສ່ຽວແຂວງ ຮ່າຕິງ ແລະ ເຫງະອານ.

ພ້ອມກັນນັ້ນ ຍັງໄດ້ປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955 – 20 ກໍລະກົດ 2022) ໃນນີ້ ສະຫາຍຍັງໄດ້ເລົ່າມູນເຊື້ອຄວາມເປັນມາ ຂອງການກໍາເນີດ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງແຂວງ ພ້ອມຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນໃນໄລຍະ 1 ປີຜ່ານມາ.

About admins14