ຊາວໜຸ່ມເມືອງບໍລິຄັນ ໄດ້ຮັບນາມມະຍົດທຸງໄຊນຳໜ້າ 4 ບຸກ

ໃນວັນທີ 15 ຕຸລາ 2020 ຢູ່ສະໂມສອນໃຫຍ່ຫ້ອງວ່າການເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢຶນ ແລະ ທຸງໄຊນຳໜ້າຊາວໜຸ່ມ 4 ບຸກຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ແລະ ສະຫາຍ ບຸນມີ ວໍລະຈັກ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ສະຫາຍ ນາງ ນຸດສະກອນ ສຸກຈະເລີນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງບໍລິຄັນ,  ມີບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມເມືອງ, ຫົວໜ້າຫ້ອງການຕະຫຼອດຮອດເລຂາຊາວໜຸ່ມຮາກຖານ, ໜ່ວຍຮາກຖານອອ້ມຂ້າງເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວ່າດ້ວຍການມອບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນຳໜ້າ 4 ບຸກ ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມເມືອງບໍລິຄັນ, ເປັນກຽດມອບໃບຢັ້ງຢືນໃນຄັ້ງນີ້ໂດຍ ສະຫາຍ ບຸນມີ ວໍລະຈັກ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ແລະ ທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ເປັນກຽດມອບໂດຍສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເພື່ອເປັນການຢັ້ງຢືນຜົນງານ ແລະ ການເຄື່ອນໄຫວ ຂອງຄະນະບໍລິຫານງານຊາວໝູ່ມ ບໍລິຄັນ ທີ່ຍາດມາໄດ້ໃນໄລຍະຜ່ານມາ.

About admins14