ຊາວໜຸ່ມຮາກຖານ ພະແນກ ຖວທ ແຂວງ ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ 5 ປີຊ້ອນ

         ໃນຕອນບ່າຍຂອງ​ວັນ​ທີ 24 ທັນວາ 2021 ນີ້ ຢູ່​ທີ່​ຫ້ອງປະຊຸມຂອງພະແນກ ຖວທ ​ໄດ້​ຈັດ​ພິທີມອບ-ຮັບ​ໃບ​ຢັ້ງຢືນ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ  ລັງສີ  ໂພຄະສົມບັດ ເລຂາຊາວໜຸ່ມຮາກຖານ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ເປັນ​ກຽດ​ເຂົ້າ​ຮ່ວມ​ພິທີ​ໃນ​ຄັ້ງ​ນີ້​ໂດຍ ສະຫາຍ ທອງມະນີ ໂຄປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ບົວສອນ ບຸດຊາວດອນ ຄະນະພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນພະແນກ ເຂົ້າຮ່ວມ

           ໃນພິທີ ສະຫາຍ ແສງອາລຸນ ຈິດຕະວົງ ຮອງເລຂາຊາວໜຸ່ມຮາກຖານ ໄດ້ຂື້ນຜ່ານຜົນສຳເລັດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມຮາກຖານພະແນກ ຖວທ ແຂວງ ພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ.

        ໜ່ວຍຊາວໜຸ່ມຮາກຖານພະແນກ ຖວທ ແຂວງ ປະກອບມີ 5 ໜ່ວຍ,  ມີສະມາຊິກຊາວໜຸ່ມທັງໝົດ 59 ສະຫາຍ, ຍິງ 27 ສະຫາຍ, ສະມາຊິກຊາວໜຸ່ມພາຍໃນຮາກຖານພະແນກ ຖ ວ ທ ແຂວງ ມີແນວຄິດເຊື່ອໜັ້ນຕໍ່ການນຳພາຂອງພັກ ແລະ ອົງການຈັດຕັ້ງຊາວໜຸ່ມ, ມີຄວາມຫ້າວຫັນຕື່ນຕົວປະຕິບັດວຽກງານຊາວໜຸ່ມ, ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວຽກຂະບວນການຕ່າງໆໄດ້ດີ, ພ້ອມນັ້ນ ຄະນະຊາວໜຸ່ມຮາກຖານພວກເຮົາ ກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດແກ່ສະມາຊິກຊາວໜຸ່ມດ້ວຍຫລາຍຮູບການ ເຊັ່ນ: ນຳພາເຊື່ອມຊືມມະຕິ, ຄຳສັ່ງ, ແຈ້ງການແນະນຳ, ຮັບຟັງການໂອ້ລົມຂອງຂັ້ນເທີງ, ຮັບຟັງປາຖະກະຖາວັນສຳຄັນຂອງພັກ, ຂອງຊາດ ໄດ້  38 ຄັ້ງ ລວມມີ 177 ເທື່ອຄົນ ແລະ ສາມາດຈັດຕັ້ງປະຕິບັດ ດ້ານແນວຄິດປະຕິບັດໄດ້ 90.23%, ດ້ານຝຶກຝົນຫລໍ່ຫລອມຮໍ່າຮຽນ 90.01%, ດ້ານການຈັດຕັ້ງ 90.10%, ດ້ານສ້າງວຽກເຮັດງານທໍາ 90.34%.

        ເພື່ອເປັນການຢັ້ງຢືນເຖິງຜົນງານນັ້ນ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ຈຶ່ງໄດ້ມອບນາມມະຍົດ ຊາວໜຸ່ມ 4 ບຸກ ແລະ ໃບຍ້ອງຍໍໃຫ້ຊາວໜຸ່ມໜ່ວຍຮາກຖານ ເປັນກຽດມອບໂດຍ ສະຫາຍ ທອງມະນີ ໂຄປັນຍາ ແລະ ມີຄໍາເຫັນໂອ້​ລົມ​ ເຊິ່ງກ່ອນ​ອື່ນ ສະຫາຍ​​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ເນັ້ນໜັກ​ໃຫ້ສະມາຊິກ​ຊາວ​ໜຸ່ມ​ ຈົ່ງ​​ເອົາ​​ໃຈ​ໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ – ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins16