ຊາວໜຸ່ມຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຮັບນາມມະຍົດ ເປັນຊາວໜຸ່ມ 4 ບຸກ 3 ປີຊ້ອນ

ໃນຕອນບ່າຍຂອງວັນທີ 28 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ປະຈຳປີ 2021 ຂຶ້ນ ເປັນກຽດເຂົ້າຮ່ວມຂອງສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ບົວສອນ ບຸດຊາວດອນ ຄະນະພັກຮາກຖານພະແນກ ຖວທ ແຂວງ ແລະ ສະຫາຍ ແສງອາລຸນ ຈິດຕະວົງ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກ ຖວທ ແຂວງ, ມີຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມພາຍໃນຮາກຖານ ແລະ ຊາວໜຸ່ມຮາກຖານອ້ອມຂ້າງເຂົ້າຮ່ວມ.

ຊາວໜຸ່ມຮາກຖານພະແນກ ຖ ວ ທ ແຂວງ ປະກອບມີ 5 ໜ່ວຍທີ່ຂຶ້ນກັບຄື: ໜ່ວຍບໍລິຫານ +ຈັດຕັ້ງ+ກວດກາ, ໜ່ວຍຖະແຫຼງຂ່າວ, ໜ່ວຍວັດທະນະທໍາ, ໜ່ວຍທ່ອງທ່ຽວ ແລະ ໜ່ວຍສະຖານີວິທະຍຸ-ໂທລະພາບ ມີສະມາຊິກຊາວໜຸ່ມທັງໝົດ 57 ສະຫາຍ, ຍິງ 28 ສະຫາຍ ກວມ 61 % ຂອງຈໍານວນພະນັກງານທັງໜົດ, ໄລຍະຜ່ານມາ ຊາວໜຸ່ມຮາກຖານພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດແກ່ສະມາຊິກຊາວໜຸ່ມດ້ວຍຫລາຍຮູບການເຊັ່ນ: ນຳພາເຊື່ອມຊືມມະຕິ, ຄຳສັ່ງ, ແຈ້ງການແນະນຳ, ຮັບຟັງການໂອ້ລົມຂອງຂັ້ນເທີງ, ຮັບຟັງປາຖະກະຖາວັນສຳຄັນຂອງພັກ, ຂອງຊາດໄດ້ 112 ຄັ້ງ ມາດຖານນີ້ປະຕິບັດໄດ້ 90,02%.

ໄປສຶກສາເຊື່ອມຕໍ່ສາຍວິຊາສະເພາະດ້ວຍທຶນຕົນເອງ, ທຶນລັດ, ຈຳນວນ 1 ສະຫາຍ, ໄປຍົກລະດັບທາງດ້ານທິດສະດີການເມືອງການປົກຄອງ ລະບົບ 45 ວັນ ຢູ່ແຂວງບໍລິຄໍາໄຊ ຈໍານວນ 4 ສະຫາຍ, ເຮັດໃຫ້ວຽກງານ ຖ ວ ທ ມີການພັດທະນາຢ່າງເປັນລະບົບ-ຕໍ່ເນື່ອງ ມາດຖານນີ້ປະຕິບັດໄດ້ 90,12 %.

ປະສານສົມທົບກັບຊາວໜຸ່ມແຕ່ລະຮາກຖານ, ໜ່ວຍອ້ອມຂ້າງ, ໜ່ວຍແຮກສ່ຽວ ແຂ່ງຂັນກິລາມິດຕະພາບໄດ້ທັງໝົດ 26 ຄັ້ງ, ອອກແຮງງານລວມໄດ້ 114 ຄັ້ງ ນອກນັ້ນ ກໍ່ໄດ້ເຂົ້າຮ່ວມກອງປະຊຸມຕ່າງໆ ຕາມການແຈ້ງເຊີນໄດ້ 81 ຄັ້ງ ມາດຖານນີ້ປະຕິບັດໄດ້ 90,23 %.

ໄດ້ສ້າງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຍາມເຈັບເປັນ, ເກີດລູກ, ແຕ່ງງານ ແລະ ຖືກຜົນກະທົບຕໍ່ໄພພິບັດທຳມະຊາດ, ເຊິ່ງໄດ້ປະຕິບັດນະໂຍບາຍໃຫ້ສະມາຊິກຊາວໜຸ່ມພາຍໃນພະແນກມາດຖານນີ້ປະຕິບັດໄດ້ 90,35%.

 

ຈາກຜົນງານທີ່ຍາດມາໄດ້ນັ້ນ ເຮັດໃຫ້ຊາວໜຸ່ມ ທັງ 5 ໜ່ວຍ ໃນຮາກຖານພະແນກ ຖ ວ ທ ແຂວງ ໄດ້ຮັບໃບຢັ້ງຢືນ 4 ບຸກ ປະຈຳປີ 2021 ເປັນກຽດມອບໂດຍສະຫາຍ ບົວສອນ ບຸດຊາວດອນ ຄະນະພັກຮາກຖານພະແນກ ຖວທ ແຂວງ ແລະ ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ທີ່ມີຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ຂອງຊາວໜຸ່ມລາວ 3 ປີຊ້ອນ ໃຫ້ຊາວໜຸ່ມຮາກຖານພະແນກ ຖວທ ແຂວງ ເປັນກຽດມອບໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຕາງໜ້າຮັບໂດຍ ສະຫາຍ ແສງອາລຸນ ຈິດຕະວົງ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກ ຖວທ ແຂວງ.

ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ ວ່າດ້ວຍອະນຸມັດໃຫ້ສະມາຊິກຊາວໜຸ່ມ ຮາກຖານພະແນກ ຖວທ ແຂວງ ພົ້ນກະສຽນເປັນສະມາຊິກຊາວໜຸ່ມ ຈຳນວນ 16 ສະຫາຍ ຍິງ 6 ສະຫາຍ.

About admins16