ຊາວໜຸ່ມອາສາ ປະກອບສ່ວນທຶນຮອນ ປຸກສ້າງເຮືອນຫຼັງໃໝ່ໃຫ້ບຸກຄົນ ອານາຖາ

  

ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ທິມງາມຊາວໜຸ່ມອາສາທົ່ວເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຮ່ວມໃຈປະກອບສ່ວນທຶນຮອນ ແລະ ເຫື່ອແຮງ ແບ່ງເບົາທາງດ້ານທີ່ຢູ່ອາໃສໃຫ້ແກ່ຄອບຄົວ ທ້າວ ໂສດ ຢູ່ບ້ານ ວັງຫີນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ເຊີ່ງເປັນບຸກຄົນໜຶ່ງ ທີ່ບໍ່ມີເຮືອນຢູ່ຖາວອນ.

ດັ່ງນັ້ນ ມາໃນວັນທີ 29 ມັງກອນ 2021 ທີມງານຊາວໜຸ່ມອາສາ ຈຶ່ງໄດ້ລະດົມກັນປຸກເຮືອນຫຼັງໃໝ່ ໂດຍການຊີ້ນຳ-ນຳພາຂອງທ່ານ ເຄນພອນ ໄຊຍະຈັກ ເລຂາຊາວໜຸ່ມເມືອງ, ມີ ຊາວໜຸ່ມອາສາທຸກຂົງເຂດ ແລະ ອຳນາດການປົກຄອງບ້ານ, ຊາວໝຸ່ມບ້ານ ເຂົ້າຮ່ວມ.

 

ການສ້າງເຮືອນ ມີຂະໜາດ 4X4 ແມັດ, ມຸ້ງດ້ວຍສັງກະສີ, ແອ້ມດ້ວຍແປ້ນ, ໄດ້ຕິດຕັ້ງໄຟຟ້າລະບົບແສງອາທິດ ແລະ ສ້າງຫ້ອງນໍ້າ 1 ຫ້ອງ, ວັດຖຸອຸປະກອນ ທີ່ນໍາມາປຸກເຮືອນໃນຄັ້ງນີ້ແມ່ນໄດ້ລະດົມນໍາບັນດານັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າ-ຊາວຂາຍ ແລະ ການຊ່ວຍເຫຼືອຈາກເມືອງ ເຊີ່ງຄິດເປັນມູນຄ່າທັງໝົດ 7 ລ້ານກ່ວາກີບ.

ພາຍຫຼັງສ້າງສໍາເລັດແລ້ວ ກໍ່ໄດ້ມອບໃຫ້ຜູ້ກ່ຽວເປັນຜູ້ຢູ່ອາໃສ ແລະ ນໍາໃຊ້ຕໍ່ໄປ.

About admin11