ຊາວໜຸ່ມສາທາ ມອບທຶນສົມທົບສ້າງຫ້ອງນໍ້າ ໃຫ້ປະຖົມໂພນສະຫວ່າງ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດ ທີ II, ໃນວັນທີ 19 ກຸມພາ 2021 ຊາວໜຸ່ມພະແນກສາທາແຂວງບໍລິຄຳໄຊ ນໍາໂດຍ ທ່ານ ພຸດທະແສງ ຈະຕຸພອນໄຊ ເລຂາຊາວໜຸ່ມຮາກຖານ ພະແນກສາທາແຂວງ ພ້ອມຄະນະ ໄດ້ນຳເງິນ ຈໍານວນ 6.080.000 ກີບ ໄປມອບໃຫ້ໂຮງຮຽນປະຖົມ ບ້ານໂພນສະຫວ່າງ ເມືອງປາກຊັນ ແຂວງບໍລິຄຳໄຊ ເພຶ່ອເປັນທຶນສົມທົບສ້າງຫ້ອງນໍ້າໃຫ້ໂຮງຮຽນດັ່ງກ່າວ ກ່າວມອບໂດຍທ່ານ ພຸດທະແສງ ຈະຕຸພອນໄຊ ເລຂາຊາວໜຸ່ມຮາກຖານ ພະແນກສາທາແຂວງ ແລະ ກ່າວຮັບໂດຍ ທ່ານ ພິມພອນ ອ່ອນມະນີສອນ ອໍານວຍການ ໂຮງຮຽນປະຖົມບ້ານໂພນສະຫວ່າງ ໂດຍຊ້ອງໜ້າ ທ່ານ ສາຍ ເພັດຊົມພູ ນາຍບ້ານໂພນສະຫວ່າງ ພ້ອມດ້ວຍຄູອາອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ເງິນທີ່ນຳມາມອບໃນຄັ້ງນີ້ ຄະນະບໍລິຫານງານຊາວໜຸ່ມພະແນກສາທາແຂວງ ໄດ້ລະດົມຈາກສະມາຊິກຊາວໜຸ່ມພາຍໃນຮາກຖານ ແລະ ພະນັກງານໂຄງການລາວ-ລຸກຊໍາບວກ ລາວ/027 ເພື່ອສ້າງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງຄະນະບໍລິຫານງານຊາວໜຸ່ມພະແນກສາທາ ກັບພໍ່ແມ່ປະຊາຊົນພາຍໃນບ້ານ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງຂຶ້ນເລື້ອຍໆ.

About admins14