ຊາວໜຸ່ມສະຫະພັນນັກຮົບເກົ່າແຂວງບໍລິຄຳໄຊ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນຕອນບ່າຍຂອງວັນທີ 13 ສິງຫາ 2021  ຢູ່ຫ້ອງປະຊຸມ ສະຫະພັນນັກຮົບເກົ່າແຂວງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຊາວໜຸ່ມ 4 ບຸກ ຂື້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັຕ ກິມາຍ ພຸດທະວົງ ເລຂາຊາວໜຸ່ມໜ່ວຍຮາກຖານ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ທອງພຸດ ສຸວັນນະລາດ ຮອງເລຂາໜ່ວຍພັກສະຫະພັນນັກຮົບເກົ່າ, ມີຊາວໜຸ່ມແຮກສ່ຽວອ້ອມຂ້າງ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມແຂວງ ປະຈຸບັນ ຊາວໜຸ່ມໜ່ວຍຮາກຖານສະຫະພັນນັກຮົບເກົ່າແຂວງ ມີສະຊິກຊາວໜຸ່ມທັງໜົດ 12 ສະຫາຍ, ຍິງ 5 ສະຫາຍ, ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຫັນວ່າຖືກຕ້ອງຕາມເງື່ອນໄຂ, ມາດຖານ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຊິ່ງສາມາດສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 97%, ດ້ານຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 94%, ດ້ານການຈັດຕັ້ງຕີລາຄາໄດ້ 95% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳຕີລາຄາໄດ້ 95%.

ໂອກາດດຽວກັນນີ້ ສະຫາຍ ທະນູວັນ ວົງມະນີ ໄດ້ເປັນກຽດມອບໃບຢັ້ງຢືນ 4 ບຸກ ໃຫ້ຊາວໜຸ່ມໜ່ວຍຮາກຖານສະຫະພັນນັກຮົບເກົ່າ.

ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດເຍືອງທາງຈາກ ສະຫາຍ ທະນູວັນ ວົງມະນີ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

About admins14